ຂ່າວສານ

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບລັດຖະມົນຕີການຕ່າງປະເທດສິງກະໂປ

      -ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ 2 ປະເທດເພີ່ມທະວີການແລກປ່ຽນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ ດ້ວຍຮູບແບບຢ່າງມີໄຫວພິບ, ເໝາະສົມກັບການຜັນແປຂອງໂລກລະບາດໂຄວິດ-19
ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບລັດຖະມົນຕີການຕ່າງປະເທດ Vivian Balakrishnan
(ພາບ: TTXVN)
      ຕອນບ່າຍວັນທີ 21 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດສິງກະໂປ Vivian Balakrishnan ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ, ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ (ໃນລະຫວ່າງວັນທີ 20 – 23 ມິຖຸນາ).
        ຢູ່ທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ 2 ປະເທດເພີ່ມທະວີການແລກປ່ຽນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ ດ້ວຍຮູບແບບຢ່າງມີໄຫວພິບ, ເໝາະສົມກັບການຜັນແປຂອງໂລກລະບາດໂຄວິດ-19; ກວດກາ ແລະ ສະເໜີທິດທາງຜັນຂະຫຍາຍບັນດາຂົງເຂດຂອງສັນຍາເຊື່ອມຕໍ່ເສດຖະກິດຫວຽດນາມ - ສິງກະໂປ ໃຫ້ລະອຽດ; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດເຊິ່ງທັງ 2 ຝ່າຍມີຄວາມສາມາດບົ່ມຊ້ອນ ແລະ ມີຄວາມຕ້ອງການ.
        ສ່ວນທ່ານລັດຖະມົນຕີການຕ່າງປະເທດສິງກະໂປ Vivian Balakrishnan ໄດ້ຢືນຢັນທັດສະນະສະເໝີຕົ້ນສະເໝີປາຍຂອງລັດຖະບານ ສິງກະໂປ ວ່າ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ກວ່າອີກ.
(ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດສິງກະໂປ)
      ຕອນຄໍາຂອງວັນດຽວກັນ, ທີ່ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດສິງກະໂປ Vivian Balakrishnan, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ສະເໜີໃຫ້ 2 ຝ່າຍຕັ້ງໜ້າຊອກຫາທິດທາງປ່ຽນແປງໃໝ່, ມີຫົວຄິດປະດິດສ້າງໃນບັນດາຂົງເຂດສຳຄັນ; ຊົມເຊີຍ ແລະ ສະເໜີໃຫ້ 2 ຝ່າຍຈັດກອງປະຊຸມກຸ່ມວຽກງານແລກປ່ຽນການຮ່ວມມືທາງດ້ານເສດຖະກິດດີຈີຕອນ.
ສ່ວນທ່ານລັດຖະມົນຕີ Vivian Balakrishnan ຢືນຢັນວ່າ, ຈະຕັ້ງໜ້າຊຸກຍູ້ບັນດາຂົງເຂດ ແລະ ບັນດາບັນຫາເຊິ່ງຫວຽດນາມ ມີຄວາມສົນໃຈ, ໃນນັ້ນມີເສດຖະກິດການຄ້າ, ການລົງທຶງ, ເສດຖະກິດດີຈີຕອນ, ກໍຄືການຮ່ວມມືເພື່ອຮັບມືກັບໂລກລະບາດໂຄວິດ-19.
(ແຫຼ່ງຄັດຈາກ VOV)


top