ຂ່າວສານ

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ເຮັດວຽກຢູ່ກວາງນາມ

ກອງປະຊຸມໂດຍໜັງສືພິມ ຕ໋ວຍແຈ້ (ໄວໜຸ່ມ) ແລະ ຄະນະກຳມະການປະຊາຊົນແຂວງ ກ໋ວາງນາມ, ຄະນະກຳມະການປະຊາຊົນແຂວງ ກອນຕຸມ ສົມທົບກັນຈັດຂຶ້ນ.

ກອງປະຊຸມໂດຍໜັງສືພິມ ຕ໋ວຍແຈ້ (ໄວໜຸ່ມ) ແລະ ຄະນະກຳມະການປະຊາຊົນແຂວງ ກ໋ວາງນາມ, ຄະນະກຳມະການປະຊາຊົນແຂວງ ກອນຕຸມ ສົມທົບກັນຈັດຂຶ້ນ. 

    

ທ່ານປະທານປະເທດ ຫງວຽນຊວນຟຸກ ເປັນສັກຂີພິຍານພິທີເຊັນຂໍ້ຕົກລົງຮ່ວມມືລະຫວ່າງ ແຂວງ ກອນຕຸມ ແລະ ກ໋ວາງນາມ

ໃນຂອບເຂດການປະຕິບັດງານຢູ່ແຂວງ ກວາງນາມ, ວັນທີ 6 ສິງຫາ, ຢູ່ນະຄອນ ຕາມກີ່, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ຍົກລະດັບໂສມງອັກລີງ ກາຍເປັນເຄື່ອງໝາຍການຄ້າແຫ່ງຊາດ”. ກອງປະຊຸມໂດຍໜັງສືພິມ ຕ໋ວຍແຈ້ (ໄວໜຸ່ມ) ແລະ ຄະນະກຳມະການປະຊາຊົນແຂວງ ກ໋ວາງນາມ, ຄະນະກຳມະການປະຊາຊົນແຂວງ ກອນຕຸມ ສົມທົບກັນຈັດຂຶ້ນ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາແຂວງ ກ໋ວາງນາມ, ກອນຕຸມ ແລະ ຫຼາຍວິສາຫະກິດທີ່ໄດ້ລົງທຶນພັດທະນາເຂດວັດຖຸດິບ ແລະ ຄົ້ນຄ້ວາຫຼາຍຜະລິດຕະພັນຈາກຢາສະໝູນໄພປະເທດນີ້ໃນໄລຍະຜ່ານມາ.

ທ່ານປະເທດປະເທດ ຖືວ່າ, ດ້ວຍຜະລິດຕະພັນທີ່ມີຄວາມສາມາດບົ່ມຊ້ອນ, ຕະຫຼາດ ແລະ ບັນດາຄຸນຄ່າຂອງໂສມງອັກລີງ,  ອາດຈະມີພື້ນຖານຢ່າງໜັກແໜ້ນ ເພື່ອພັດທະນາຂະແໜງອຸດສາຫະກຳ ແລະ ປຸງແຕ່ງໂສມງອັກລີງຂອງ ຫວຽດນາມ ດ້ວຍເປົ້າໝາຍບັນລຸນັບຕື້ໂດລາສະຫະລັດ ຈາກມູນຄ່າການຜະລິດ ແລະ ການສົ່ງອອກໃນບັນດາທົດສະວັດທີ່ຈະມາເຖິງ. ເພື່ອປະຕິບັດເປົ້າໝາຍດັ່ງກ່າວໃຫ້ໄດ້, ຕ້ອງມີການໜູນຊ່ວຍຂອງລັດຖະບານ, ບັນດາກະຊວງ, ຂະແໜງການກັບບັນດາທ້ອງຖິ່ນ ແລະ ວິສາຫະກິດ. ຄຽງຄູ່ກັນນັ້ນ, ຕ້ອງມີການປະຕິບັດພ້ອມກັນ, ທັງ “ອະນຸລັກຮັກສາ” ທັງ “ພັດທະນາ” ໂສມງອັກລີງ, “ອະນຸລັກຮັກສາ” ເພື່ອບັນລຸໄດ້ມູນຄ່າສູງກ່ວາ, ຍົກລະດັບຄຸນຄ່າດ້ານເສດຖະກິດ ແລະ ສຸຂະພາບທັງດ້ານຮ່າງກາຍ ແລະ ຈິດໃຈ, ກ່ອນອື່ນໝົດແມ່ນບຸລິມະສິດໃຫ້ແກ່ຊາວ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


top