ຂ່າວສານ

ທ່ານປະທານປະເທດຫງວຽນຊວັນຟຸກຝາກຈົດໝາຍໃຫ້ແກ່ເດັດເນື່ອງໃນໂອກາດວັນບຸນໄຫວ້ພະຈັນ

      ວັນບຸນໄຫວ້ພະຈັນແມ່ນໂອກາດເພື່ອໃຫ້ຄອບຄົວ, ອຳນາດການປົກຄອງ ແລະ ສັງຄົມ ສະຫງວນຄວາມເອົາໃຈໃສ່ເປັນພິເສດເຖິງບັນດາເດັກເຍົາວະຊົນ ແລະ ອະນຸຊົນ, ຊ່ວຍໃຫ້ພວກເດັກຫຼໍ່ລ້ຽງຄວາມຄາດຫວັງຄາວເຍົາໄວອັນສົດໄສ, ສວຍງາມ.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ
(ພາບ: TTXVN)
      ເນື່ອງໃນໂອກາດວັນບຸນໄຫວ້ພະຈັນປີ 2021, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ຝາກຈົດໝາຍໃຫ້ບັນດາເດັກເຍົາວະຊົນ ແລະ ອະນຸຊົນໃນທົ່ວປະເທດ. ໃນຈົດໝາຍ, ທ່ານປະທານປະເທດ ໄດ້ບອກເຕືອນວ່າ, ວັນບຸນໄຫວ້ພະຈັນແມ່ນໂອກາດເພື່ອໃຫ້ຄອບຄົວ, ອຳນາດການປົກຄອງ ແລະ ສັງຄົມ ສະຫງວນຄວາມເອົາໃຈໃສ່ເປັນພິເສດເຖິງບັນດາເດັກເຍົາວະຊົນ ແລະ ອະນຸຊົນ, ຊ່ວຍໃຫ້ພວກເດັກຫຼໍ່ລ້ຽງຄວາມຄາດຫວັງຄາວເຍົາໄວອັນສົດໄສ, ສວຍງາມ. ທ່ານປະທານປະເທດເຊື່ອໝັ້ນວ່າ, ແຕ່ລະຄອບຄົວ, ທຸກຂັ້ນ, ທຸກຂະແໜງການ ແລະ ທົ່ວສັງຄົມຈະສືບຕໍ່ເອົາໃຈໃສ່ເປັນພິເສດຕໍ່ບັນດາເດັກກຳພ້າ, ໃຫ້ບຸລິມະສິດບັນດາເດັກທີ່ປະສົບກັບຄວາມຫຍຸ້ງຍາກ, ບັນດາເດັກຢູ່ເຂດຫ່າງໄກຊອກຫຼິກ, ຮັບປະກັນໃຫ້ພວກເດັກບໍ່ໄດ້ຮັບຜົນກະທົບຈາກໂລກລະບາດ; ໜູນຊ່ວຍເຄື່ອງຂອງຮັບໃຊ້ການຮ່ຳຮຽນ, ໂດຍສະເພາະແມ່ນການຮ່ຳຮຽນທາງອອນລາຍ, ສ້າງເງື່ອນໄຂສະດວກເພື່ອໃຫ້ພວກເດັດໄດ້ຮ່ຳຮຽນ, ປະດິດຄິດສ້າງ, ລະຫຼີ້ນໃຫ້ມີປະໂຫຍດ, ປະກອບສ່ວນປະຕິບັດແຜນນະໂຍບາຍຂອງພັກ, ລັດ ກ່ຽວກັບການເບິ່ງແຍງດູແລ ແລະ ປົກປ້ອງເດັກໃຫ້ເປັນຢ່າງດີ.
(ແຫຼ່ງຄັດຈາກ VOV)


top