ຂ່າວສານ

ທ່ານປະທານປະເທດຫງວຽນຊວັນຟຸກ: ຍົກສູງປະສິດທິຜົນການເຄື່ອນໄຫວຂອງສານໃນສະພາບການໃໝ່

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃສ່ໃຈວ່າ, ເລື່ອງທົດລອງສືບຕໍ່ສ້າງສານພາກພື້ນມີຄວາມໝາຍສຳຄັນຍິ່ງ, ນີ້ກໍ່ແມ່ນເລື່ອງສືບຕໍ່ປະຕິບັດການສ້າງທິດທາງປະຕິຮູບຕຸລາການໃໝ່ໄລຍະ 2021 – 2030, ວິໄສທັດຮອດປີ 2045 ຕາມເນື້ອໃນຈິດໃຈມະຕິເລກທີ 49 ຂອງກົມການເມືອງ.
ທ່ານປະທານປະເທດ ຫງວຽນຊວັນຟຸກ. (ພາບ: TTXVN)

ວັນທີ 07 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ໄດ້ມີການເຮັດວຽກກັບຄະນະບໍລິຫານງານພັກ ສານປະຊາຊົນສູງສຸດ ກ່ຽວກັບການຄາດຄະເນແຜນຮ່າງ “ປ່ຽນແປງໃໝ່ກົງຈັກສານປະຊາຊົນຢ່າງກະທັດລັດ ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນຕາມມະຕິສູນກາງພັກຄັ້ງທີ 6 ຊຸດທີ XI ຕອບສະໜອງຄວາມຮຽກຮ້ອງໃນສະພາບການໃໝ່”.

ສະຫຼຸບການເຮັດວຽກ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃສ່ໃຈວ່າ, ເລື່ອງທົດລອງສືບຕໍ່ສ້າງສານພາກພື້ນມີຄວາມໝາຍສຳຄັນຍິ່ງ, ນີ້ກໍ່ແມ່ນເລື່ອງສືບຕໍ່ປະຕິບັດການສ້າງທິດທາງປະຕິຮູບຕຸລາການໃໝ່ໄລຍະ 2021 – 2030, ວິໄສທັດຮອດປີ 2045 ຕາມເນື້ອໃນຈິດໃຈມະຕິເລກທີ 49 ຂອງກົມການເມືອງ. ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ອົງການຮຽບຮຽງ ສືບຕໍ່ຄົ້ນຄວ້າ, ຍົກອອກບັນດາຂໍ້ສະເໜີໃໝ່ມີລັກສະນະບຸກທະລຸ, ປະກອບສ່ວນສ້າງແຜນຮ່າງປ່ຽນແປງໃໝ່, ຊັບຊ້ອນກົງຈັກຂອງສານປະຊາຊົນໃຫ້ສົມບູນແບບ ຮັບປະກັນລັກສະນະກະທັດລັດ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງສານ.

(ແຫຼ່ງຄັດຈາກ VOV)


top