ຂ່າວສານ

ທ່ານປະທານປະເທດຫງວຽນຊວນຟຸກ ຕ້ອນຮັບປະທານກອງທຶນອາລັກຂາສິນເຊື່ອ ສ.ເກົາຫລີ Yoon Dae Hee.

ທ່ານປະທານປະເທດ ຫງວຽນຊວນຟຸກ ຖືວ່າ: ບັນດາວິສາຫະກິດ ສ. ເກົາຫລີ ລົງທຶນຢູ່ ຫວຽດນາມ ສວມບົດບາດສຳຄັນ. ສ. ເກົາຫລີ ແມ່ນປະເທດ ນຳຫນ້າໃນການລົງທຶນໂດຍກົງຂອງຕ່າງປະເທດ ຢູ່ ຫວຽດນາມ
  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Yoon Dae Hee, ປະທານ ກອງທຶນອາລັກຂາສິນເຊື່ອ ສ.ເກົາຫລີ (ພາບ: TTXVN)  

 ຕອນບ່າຍວັນທີ 14 ເມສາ ຢູ່ ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Yoon Dae Hee, ປະທານ ກອງທຶນອາລັກຂາສິນເຊື່ອ ສ.ເກົາຫລີ ທີ່ພວມຢ້ຽມຢາມ ແລະເຮັດວຽກ ຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ສ. ເກົາຫລີ ແມ່ນປະເທດ ນຳຫນ້າໃນການລົງທຶນໂດຍກົງຂອງຕ່າງປະເທດ ຢູ່ ຫວຽດນາມ; ວົງເງິນການຄ້າສອງຝ່າຍຄາດວ່າບັນລຸລະດັບ 100 ຕື້ USD ໃນປີຫນ້າ ແລະ 150 ຕື້ USD ໃນປີ 2030. ເພື່ອບັນລຸຄາດໝາຍນັ້ນໃຫ້ໄດ້, ທ່ານປະທານປະເທດ ຫງວຽນຊວນຟຸກ ຖືວ່າ: ບັນດາວິສາຫະກິດ ສ. ເກົາຫລີ ລົງທຶນຢູ່ ຫວຽດນາມ ສວມບົດບາດສຳຄັນ.

ທ່ານປະທານປະເທດ ສະເຫນີໃຫ້ກອງທຶນອາລັກຂາສິນເຊື່ອ ສ. ເກົາຫລີ ຈົ່ງຫນູນຊ່ວຍບັນດາວິສາຫະກິດ, ອົງການເສດຖະກິດຢູ່ ຫວຽດນາມ ເປີດກວ້າງ ແລະ ເຊື່ອມໂຍງເຂົ້າໃນລະບົບສະຫນອງທົ່ວໂລກ; ສົ່ງເສີມ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ສ. ເກົາຫລີ ລົງທຶນໃນບັນດາຂົງເຂດຊື່ງຫວຽດນາມ ມີຄວາມສົນໃຈ.


top