ຂ່າວສານ

ທ່ານປະທານປະເທດຕ້ອນຮັບນາຍົກລັດຖະມົນຕີອຳນາດການປົກຄອງ Bashkotostan


ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຕ້ອນຮັບ​ທ່ານ
 R.Kh.Mardanov ນາຍົກລັດຖະມົນຕີອຳນາດການ​ປົກຄອງ Bashkotostan

      ທີ່​ການ​ຕ້ອນຮັບ​ທ່ານ R.Kh.Mardanov ນາຍົກລັດຖະມົນຕີອຳນາດການ​ປົກຄອງ Bashkotostan ສັງກັດ ລັດ​ເຊຍ ​ໃນ​ຕອນ​ບ່າຍ​ວັນ​ທີ 10/01 ຢູ່​ສຳນັກງານ​ປະທານ​ປະ​ເທດ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຊີ້​ແຈ້ງວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະສິດ​ແກ່​ການ​ຮ່ວມ​ມື​ຮອບດ້ານ​ກັບ ລັດ​ເຊຍ ​ໃນ​ທຸກ​ຂົງ​ເຂດ​ຄື: ດ້ານ​ການ​ເມືອງ, ​ເສດຖະກິດ - ການ​ຄ້າ, ການປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ການ​ສຶກສາ - ກໍ່ສ້າງ…​ໃນ​ນັ້ນ ມີ​ການ​ຮ່ວມ​ມື​ໂດຍ​ກົງ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ 2 ປະ​ເທດ. ນີ້​ແມ່ນ​ທິດ​ຮ່ວມ​ມືທີ່​ມີ​ແງ່​ຫວັງ​ຫລາຍ​ຢ່າງ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ. ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ ດ້ວຍ​​ເລື່ອງສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສຳພັນ​ທະ​ມິດ​ເສດຖະກິດ ອາຊີ - ​ເອີ​ລົບ ມີ​ຜົນ​ສັກສິດ, ບັນດາ​ນັກ​ລົງທຶນ 2 ປະ​ເທດ ຈະ​ມີ​ຫລາຍ​ໂອກາດ​ຕື່ມ​ອີກ ​ເພື່ອ​ແຊກ​ຊຶມ​ເຂົ້າ​ຕະຫລາດ​ຂອງ​ກັນ. ທ່ານ​ປະທານ​ປະ​ເທດສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ວິ​ສາ​ຫະກິດ ລັດ​ເຊຍ ກໍ່​ຄື​ວິ​ສາ​ຫະກິດ Bashkotostan ມ​ີບັນດາ​ໂຄງການ​ລົງທຶນ​ໃໝ່​ເຂົ້າ ຫວຽດນາມ  ​ແລະ ພ້ອມ​ແລ້ວທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ລົງທຶນ​ເປັນ​ປົກກະຕິ, ຍາວ​ນານ​ຢູ່ ຫວຽດນາມ. ຊົມ​ເຊີຍ​ເລື່ອງ Bashkotostan ​ແລະ ​ແຂວງ ບາ​ເຣຍ - ວູງ​ເຕົາ ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື ​ແລະ ​ໂຄງການ​ດຳ​ເນີນ​ງານ, ທ່ານ​ປະທານ​ປະ​ເທດສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຮ່ວມ​ມື​ລະຫວ່າງ 2 ທ້ອງ​ຖິ່ນ ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງລະອຽດ ​ແລະ ມີ​ໝາກຜົນ​ແທດ​ຈິງ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ກໍ່​ຂອບ​ໃຈ​ອຳນາດ​ການ​ປົກຄອງ Bashkotostan ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ພວມ​ດຳລົງ​ຊີວິດ ​ແລະ ດຳ​ເນີນ​ທຸລະ​ກິດ​ເປັນ​ປົກກະຕິ, ຖືກ​ຕາມ​ກົດໝາຍ​ຢູ່ Bashkotostan. ສ່ວນ​ທ່ານ R.Kh.Mardanov ນາຍົກລັດຖະມົນຕີອຳນາດການ​ປົກຄອງ Bashkotostan ​ໃຫ້​ຮູ້​ວ່າ Bashkotostan ປາດ​ຖະໜາ​ຢາກ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ຄ້າ, ອຸດສາຫະກຳ, ກະສິກຳ; ປາດ​ຖະໜາ​ວ່າ ລັດ ​ແລະ ລັດຖະບານ ຫວຽດນາມ ຈະສ້າງ​ເງື່ອນ​ໄຂ ​ເພື່ອ​ລົງ​ນາມ​​ໃນບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ກັບ​ແຂວງ ບາ​ເຣຍ - ວູງ​ເຕົາ.
(ແຫຼ່ງຄັດຈາກ VOV)

top