ວາລະປະຊຸມຄັ້ງນີິ້ໄດ້ເຮັດແຈ້ງ, ເພີ່ມເຕີມ, ສະເໜີມາດຕະການແກ້ໄຂກ່ຽວກັບການປະຕິຮູບຕຸລາການ, ການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ.
(ທ່ານປະທານປະເທດ ເລືອງເກື່ອງ ກ່າວຄຳເຫັນທີ່ວາລະປະຊຸມ)
ຕອນເຊົ້າວັນທີ 25 ທັນວາ, ຢູ່ ຮ່າໂນ້ຍ, ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ໄດ້ຈັດວາລະປະຊຸມເທື່ອທີ 3 ປີ 2025. ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ, ຫົວໜ້າຄະນະຊີ້ນຳ, ເປັນປະທານວາລະປະຊຸມ.
ພາຍຫຼັງທີ່ຮັບຟັງບັນດາບົດລາຍງານ ແລະ ຄຳເຫັນປະກອບຂອງບັນດາຜູ້ແທນ, ຂໍ້ສະຫຼຸບທີ່ວາລະປະຊຸມ, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ, ວາລະປະຊຸມຄັ້ງນີິ້ໄດ້ເຮັດແຈ້ງ, ເພີ່ມເຕີມ, ສະເໜີມາດຕະການແກ້ໄຂກ່ຽວກັບການປະຕິຮູບຕຸລາການ, ການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ. ທ່ານສະເໜີໜ້າທີ່ປະຕິຮູບຕຸລາການອາຍຸການ 2026 – 2031 ຕ້ອງສືບຕໍ່ຊາບຊຶມຢ່າງເລິກເຊິ່ງ ແລະ ຫັນບັນດາແຜນນະໂຍບາຍ, ທັດສະນະຂອງພັກເປັນລະບອບລະບຽບການຢ່າງຄົບຖ້ວນ.
“ການປະຕິຮູບຕຸລາການຕ້ອງຫັນມະຕິຂອງພັກ, ບັນດາຂໍ້ສະຫຼຸບ, ມະຕິຂອງສູນກາງ, ກົມການເມືອງ, ຄະນະເລຂາທິການກ່ຽວກັບການກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດເປັນລະບອບລະບຽບການ. ແລະ ຕ້ອງຫັນເປັນລະບອບລະບຽບການດ້ວຍເອກະສານ, ແຕ່ສິ່ງສຳຄັນແມ່ນຂອດປະຕິບັດ, ຄວາມເຂົ້າໃຈ, ກຳແໜ້ນໄດ້ ແລະ ປະຕິບັດໃຫ້ຖືກຕ້ອງ… ພ້ອມກັນນັ້ນ, ພວກເຮົາກໍ່ຕ້ອງແກ້ໄຂບັນດາຂໍ້ຕິດຂັດ, ສິ່ງກີດຂວາງການພັດທະນາ. ເມື່ອປະຕິບັດແມ່ນຕ້ອງຄົບຊຸດ, ຮັບເອົາລັກນະສະດີເດັ່ນຂອງຕ່າງປະເທດ ແຕ່ຕ້ອງສອດຄ່ອງກັບລະບອບລະບຽບການ, ຍ້ອນພວກເຮົາແມ່ນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ”.