ພູຖານ ແມ່ນໜຶ່ງໃນຈຳນວນໜ້ອຍປະເທດບັນລຸລະດັບ ກາກບອນເປັນລົບ, ຮັກສາການປົກຄຸ້ມປ່າຂຶ້ນເຖິງ 70% ເນື້ອທີ່ຜືນແຜ່ນດິນ, ມີຮູບແບບພັດທະນາແບບຍືນຍົງ.
ຕອນຄ່ຳວັນທີ 19 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ ໄດ້ເປັນປະທານຈັດງານລ້ຽງຕ້ອນຮັບ ກະສັດ ພູຖານ Jigme Khesar Namgyel Wangchuck ແລະ ພະມະເຫສີ, ພ້ອມກັບຄະນະຜູ້ແທນຂັ້ນສູງ ພູຖານ ທີ່ພວມມີການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງສົມກຽດ (ແຕ່ວັນທີ 18 – 22 ສິງຫາ).
ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ ສະແດງຄວາມປະທັບໃຈເມື່ອ ພູຖານ ແມ່ນໜຶ່ງໃນຈຳນວນໜ້ອຍປະເທດບັນລຸລະດັບ ກາກບອນເປັນລົບ, ຮັກສາການປົກຄຸ້ມປ່າຂຶ້ນເຖິງ 70% ເນື້ອທີ່ຜືນແຜ່ນດິນ, ມີຮູບແບບພັດທະນາແບບຍືນຍົງ.
“ຂ້າພະເຈົ້າ ແລະ ກະສັດ ພູຖານ ໄດ້ແລກປ່ຽນກ່ຽວກັບທິດທາງ ແລະ ບັນດາມາດຕະການເພື່ອແນໃສ່ຊຸກຍູ້ການຮ່ວມມືໃຫ້ມີປະສິດທິຜົນ, ແທດຈິງລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ. ພິເສດແມ່ນໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ທ່ອງທ່ຽວ, ການພົວພັນແລກປ່ຽນປະຊາຊົນ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ຂ້າພະເຈົ້າເຊື່ອໝັ້ນວ່າ, ໝາກຜົນຂອງການຢ້ຽມຢາມປະຫວັດສາດຄັ້ງນີ້ຂອງ ກະສັດ ລະ ພະມະເຫສີ ຈະສ້າງກຳລັງໜູນໃໝ່ ເພື່ອໃຫ້ 2 ປະເທດຮ່ວມມືກັນຢ່າງແທດຈິງ, ມີປະສິດທິຜົນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ”.
ສ່ວນ ກະສັດ ພູຖານ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຮັບການຕີລາຄາຈາກເພື່ອນມິດສາກົນຍ້ອນເຈດຈຳນົງອົງອາດກ້າແກ່ນ, ນ້ຳໃຈສາມັກຄີ.
“ເຖິງວ່າ ພູຖານ ແມ່ນປະເທດນ້ອຍ ແລະ ຢູ່ຫ່າງໄກກໍ່ຕາມ, ແຕ່ຍາມໃດກໍ່ແບ່ງປັນຈິດໃຈກັບພວກເພື່ອນ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ມໍລະດົກແມ່ນເຂັ້ມຊີ້ທິດພາທາງໃຫ້ພວກເຮົາສ້າງອະນາຄົດໃຫ້ແກ່ປະຊາຊົນຂອງຕົນ. ຕາມນັ້ນແລ້ວ, ພວກຂ້າພະເຈົ້າພວມສ້າງນະຄອນ Gelephu, ເປັນປະຕູວັດທະນະທຳ ແລະ ການເງິນ ເຊື່ອມຕໍ່ພາກພື້ນ ອາຊີໃຕ້. ພວກຂ້າພະເຈົ້າຮູ້ສຶກເປັນກຽດຖ້າຫາກວ່າ ຫວຽດນາມ ເຂົ້າຮ່ວມພ້ອມກັບພວກຂ້າພະເຈົ້າໃນຄວາມມານະພະຍາຍາມດັ່ງກ່າວ”.