ຂ່າວສານ

ທ່ານປະທານປະເທດ ເລືອງເກື່ອງ ເປັນປະທານງານລ້ຽງຕ້ອນຮັບບັນດາຄະນະຜູ້ແທນເຂົ້າຮ່ວມພິທີລົງນາມສົນທິສັນຍາ ຮ່າໂນ້ຍ

ພິທີລົງນາມໃນສົນທິສັນຍາ ຮ່າໂນ້ຍ ໄດ້ສ້າງຂີດໝາຍບາດກ້າວສຳຄັນໃນຄວາມມານະພະຍາຍາມທົ່ວໂລກ ແນໃສ່ເພີ່ມທະວີການຮ່ວມມືສາກົນ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພທາງໄຊເບີ.
(ທ່ານປະທານປະເທດ ເລືອງເກື່ອງ ກ່າວຄຳເຫັນທີ່ງານລ້ຽງ)

ຕອນຄ່ຳວັນທີ 25 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານ ເລືອງເກື່ອງ ປະທານປະເທດ ແຫ່ງ ສສ.ຫວຽດນາມ ໄດ້ເປັນປະທານງານລ້ຽງຕ້ອນຮັບບັນດາຄະນະຜູ້ແທນເຂົ້າຮ່ວມພິທິລົງນາມໃນສົນທິສັນຍາ ຮ່າໂນ້ຍ ຢ່າງສົມກຽດ.

ກ່າວຄຳເຫັນທີ່ງານລ້ຽງ, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ ພິທີລົງນາມໃນສົນທິສັນຍາ ຮ່າໂນ້ຍ ໄດ້ສ້າງຂີດໝາຍບາດກ້າວສຳຄັນໃນຄວາມມານະພະຍາຍາມທົ່ວໂລກ ແນໃສ່ເພີ່ມທະວີການຮ່ວມມືສາກົນ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພທາງໄຊເບີ. ມາຮອດປະຈຸບັນ, ມີເກືອບ 70 ປະເທດ ແລະ ອົງການຈັດຕັ້ງໄດ້ເຂົ້າຮ່ວມລົງນາມສົນທິສັນຍາ. ທ່ານປະທານປະເທດ ເຊື່ອໝັ້ນວ່າ ບັນດາປະເທດຈະໃຫ້ສັດຕະຍາບັນສົນທິສັນຍາໂດຍໄວເພື່ອນຳເຂົ້າໃນຊີວິດ, ເປີດອະນາຄົດດີຈີຕອນແບບຍືນຍົງ, ປອດໄພ ແລະ ມີວັດທະນະທຳມະນຸດໃຫ້ທຸກປະເທດ ແລະ ປະຊາຄົມສາກົນ.


top