ທ່ານປະທານປະເທດ ເລືອງເກື່ອງ ຕີລາຄາສູງບັນດາຜົນງານ, ໝາກຜົນເຊິ່ງອຳນາດການປົກຄອງ ແລະ ປະຊາຊົນນະຄອນ ຫາຍຟ່ອງ ບັນລຸໄດ້ໃນໄລຍະ 70 ປີຜ່ານມາ.
(ທ່ານປະທານປະເທດ ເລືອງເກື່ອງ ກ່າວຄຳເຫັນທີ່ເຫດການ)
ຕອນຄ່ຳວັນທີ 13 ພຶດສະພາ, ຢູ່ເມືອງ ຖຸຍງວຽນ, ນະຄອນ ຫາຍຟ່ອງ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນ ຫາຍຟ່ອງ (13 ພຶດສະພາ 1955 – 13 ພຶດສະພາ 2025), ຕ້ອນຮັບນາມມະຍົດ “ນະຄອນວິລະຊົນ” ແລະ ພິທີໄຂງານບຸນດອກຝາງແດງປີ 2025.
ກ່າວຄຳເຫັນທີ່ເຫດການ, ທ່ານປະທານປະເທດ ເລືອງເກື່ອງ ຕີລາຄາສູງບັນດາຜົນງານ, ໝາກຜົນເຊິ່ງອຳນາດການປົກຄອງ ແລະ ປະຊາຊົນນະຄອນ ຫາຍຟ່ອງ ບັນລຸໄດ້ໃນໄລຍະ 70 ປີຜ່ານມາ. ຕາມທ່ານແລ້ວ, ໃນໄລຍະຈະມາເຖິງ, ຫາຍຟ່ອງ ມີໂອກາດຢ່າງໃຫຍ່ຫຼວງກາຍເປັນນະຄອນນຳໜ້າໃນທົ່ວປະເທດ ໃນພາລະກິດແຫ່ງການຫັນເປັນອຸດສາຫະກຳ - ທັນສະໄໝ, ທຽບເທົ່າກັບບັນດານະຄອນດີເດັ່ນຢູ່ ອາຊີ.
“ສືບຕໍ່ສ້າງຄວາມສະດວກ ແລະ ເສີມຂະຫຍາຍແຫຼ່ງກຳລັງສັງຄົມຢ່າງສຸດຂີດ ເພື່ອໃຫ້ ຫາຍຟ່ອງ ກາຍເປັນສູນສຶກສາ - ບຳລຸງສ້າງ; ສາທາລະນະສຸກ, ວິທະຍາສາດ - ເຕັກໂນໂລຊີຂອງເຂດແຄມຝັ່ງທະເລທາງພາກເໜືອ. ພ້ອມກັນນັ້ນ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ເພື່ອເພີ່ມຄວາມໄວໃນການພັດທະນາເສດຖະກິດ, ສ້າງໂຄງປະກອບພື້ນຖານເສດຖະກິດຕາມທິດທັນສະໄໝ, ຍືນຍົງ. ບຸກທະລຸກ່ຽວກັບການປະຕິຮູບບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ມຸ່ງໄປເຖິງບັນດາມາດຕະຖານສາກົນໃນການຮ່ວມມື ແລະ ພັດທະນາເສດຖະກິດ. ກໍ່ສ້າງນະຄອນ ຫາຍຟ່ອງ ໃຫ້ກາຍເປັນນະຄອນສີວິໄລ ແລະ ສະໜິດສະໜົມ”.