ທ່ານປະທານປະເທດ ເລືອງເກື່ອງ ຢືນຢັນວ່າ, ໃນໄລຍະ 80 ປີຜ່ານມາ, ສະຫະປະຊາຊາດໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຫວັງກ່ຽວກັບພື້ນຖານສັນຕິພາບອັນຍາວນານ
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ (ພາບ: nhandan.vn)
ເພື່ອຕອບສະໜອງຂໍ້ລິເລີ່ມຂອງປະທານສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 79, ທ່ານເອກອັກຄະລັດຖະທູດ Philemon Yang, ວັນທີ 01 ສິງຫາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ມີສານອວຍພອນ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສະຫະປະຊາຊາດ (24 ຕຸລາ 1945 – 24 ຕຸລາ 2025).
ໃນສານນັ້ນ, ທ່ານປະທານປະເທດ ເລືອງເກື່ອງ ຢືນຢັນວ່າ, ໃນໄລຍະ 80 ປີຜ່ານມາ, ສະຫະປະຊາຊາດໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຫວັງກ່ຽວກັບພື້ນຖານສັນຕິພາບອັນຍາວນານ ແລະ ການພັດທະນາແບບຍືນຍົງຂອງທຸກປະເທດ, ຊົນຊາດ ແລະ ຢືນຢັນບົດບາດບໍ່ສາມາດປ່ຽນແທນໄດ້ໃນການຫັນຄວາມຄາດຫວັງຂອງມວນມະນຸດກ່ຽວກັບໂລກທີ່ດີງາມກວ່າໃຫ້ປະກົດຜົນເປັນຈິງ, ນັ້ນແມ່ນ ເອກະລາດຊົນຊາດ, ອະທິປະໄຕຂອງຊາດ, ຄວາມຍຸຕິທຳ ແລະ ຄວາມກ້າວໜ້າຂອງສັງຄົມ.
ທ່ານປະທານປະເທດ ເລືອງເກື່ອງ ກໍ່ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກທີ່ຕັ້ງນ້າ ແລະ ມີຄວາມຮັບຜິດຊອບ, ຮ່ວມເດີນທາງພ້ອມກັບສະຫະປະຊາຊາດ ແລະ ປະຊາຄົມສາກົນໃນການແກ້ໄຂຄວາມຫຍຸ້ງຍາກ, ຜ່ານຜ່າສິ່ງທ້າທາຍ, ພ້ອມກັນຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢ່າງວັດທະນາຖາວອນຢູ່ແຕ່ລະປະເທດ, ພາກພື້ນ ແລະ ໃນທົ່ວໂລກ.