ທ່ານປະທານປະເທດ ເລືອງເກື່ອງ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນບົດບາດ, ທີ່ຕັ້ງຂອງ ອີຢູ, ແມ່ນຄູ່ຮ່ວມມືທີ່ມີທີ່ຕັ້ງສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ.
ຕອນເຊົ້າວັນທີ 29 ມັງກອນ, ຢູ່ທຳນຽບປະທານປະເທດ, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ເປັນເຈົ້າພາບຈັດພິທີຕ້ອນຮັບທ່ານ Antonio Costa, ປະທານສະພາ ເອີລົບ ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 28 – 29 ມັງກອນ ຕາມຄຳເຊີນຂອງທ່ານປະທານປະເທດ ເລືອງເກື່ອງ. ພາຍຫຼັງພິທີຕ້ອນຮັບ, ການນຳ 2 ທ່ານໄດ້ດຳເນີນການພົບປະກ່ອນທີ່ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ແລະ ສະຫະພາບ ເອີລົບ (ອີຢູ) ດຳເນີນການໂອ້ລົມສົນທະນາ.
ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານ Antonio Costa ໄດ້ດຳເນີນໄປພາຍຫຼັງ ຫວຽດນາມ ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຢ່າງສຳເລັດຜົນ, ສະແດງໃຫ້ເຫັນລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງລະຫວ່າງ 2 ຝ່າຍ, ພ້ອມກັນນັ້ນ, ກໍ່ສ້າງພື້ນຖານຊຸກຍູ້ການພົວພັນ ຫວຽດນາມ - ອີຢູ ໃຫ້ສືບຕໍ່ພັດທະນາພາຍຫຼັງໄລຍະ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1990 – 2025).
ທ່ານປະທານປະເທດ ເລືອງເກື່ອງ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນບົດບາດ, ທີ່ຕັ້ງຂອງ ອີຢູ, ແມ່ນຄູ່ຮ່ວມມືທີ່ມີທີ່ຕັ້ງສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ.
“ການພົວພັນ ຫວຽດນາມ - ອີຢູ ພວມພັດທະນາຢ່າງຕັ້ງໜ້າ, ແທດຈິງ ແລະ ຮອບດ້ານ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກັບ ອີຢູ ແລະ ບັນດາປະເທດສະມາຊິກໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນ. ເສດຖະກິດ, ການຄ້າ, ການລົງທຶນ ແມ່ນກຳລັງໜູນພັດທະນາຕົ້ນຕໍຂອງການພົວພັນ. ການຮ່ວມມືໃນບັນດາຂົງເຂດພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ພິເສດແມ່ນການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ໄດ້ ແລະ ພວມກາຍເປັນເສົາຄ້ຳການຮ່ວມມືໃໝ່, ມີລັກສະນະຍຸດທະສາດລະຫວ່າງ ຫວຽດນາມ ກັບ ອີຢູ ແລະ ບັນດາປະເທດສະມາຊິກ”.
ສ່ວນທ່ານປະທານສະພາ ເອີລົບ Antonio Costa ຢືນຢັນວ່າ ອີຢູ ແລະ ຫວຽດນາມ ແມ່ນບັນດາຄູ່ຮ່ວມມືທີ່ມີຈຸດມຸ່ງຫວັງອັນດຽວກັນໃນການເຄົາລົບລະບົບຫຼາຍຝ່າຍ, ຄວາມເປັນລະບຽບຮຽບຮ້ອຍສາກົນ ອີງໃສ່ກົດໝາຍສາກົນ, ການຄ້າເສລີ; ທ່ານເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ ອີຢູ ແລະ ຫວຽດນາມ ຈະບັນລຸຜົນງານໃນການຮ່ວມມືທີ່ໃຫຍ່ຫຼວງກວ່າຫຼາຍເມື່ອທຽບໃສ່ 35 ປີຜ່ານມາ.