ຂ່າວສານ

ທ່ານປະທານປະເທດ ເຈີ່ນດ້າຍກວາງ ເລີ່ມຕົ້ນການຢ້ຽມຢາມ ສາທາລະນະລັດ ເບລາຣຸດ ຢ່າງເປັນທາງການ

      ຕອນບ່າຍວັນທີ 26 ມິຖຸນາ, ຕາມເວລາທ້ອງຖິ່ນ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດນະຄອນຫຼວງ Minsk, ເລີ່ມຕົ້ນການຢ້ຽມຢາມ ສາທາລະນະລັດ ເບລາຣຸດ ຕາມຄຳເຊີນຂອງທ່ານປະທານາທິບໍດີ Alexander Lukashenko ຢ່າງເປັນທາງການ. 

ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວຄຳເຫັນໃນການພົບປະກັບສະມາຄົມ ເບລາຣຸດ - ຫວຽດນາມ
      ພາຍຫຼັງໄປຮອດນະຄອນຫຼວງ Minsk, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ພົບປະກັບຜູ້ຕາງໜ້າສະມາຄົມມິດຕະພາບ ເບລາຣຸດ - ຫວຽດນາມ ແລະ ບັນດານັກຮົບເກົ່າ ເບລາຣຸດ ເຄີຍເຂົ້າຮ່ວມການສູ້ຮົບຢູ່ ຫວຽດນາມ. ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດານັກຮົບເກົ່າ ເບລາຣຸດ ໃນຖັນແຖວນັກຊ່ຽວຊານການທະຫານ ໂຊວຽດ ເຄີຍເຂົ້າຮ່ວມການສູ້ຮົບຢູ່ ຫວຽດນາມ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕີລາຄາສູງການປະກອບສ່ວນຕັ້ງໜ້າຂອງສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດ ແລະ ເບລາຣຸດ - ຫວຽດນາມ ເຂົ້າໃນການປັບປຸງ ແລະ ເຮັດໃຫ້ນ້ຳໃຈມິດຕະພາບລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ. ທ່ານກ່າວວ່າ:     
        ຂ້າພະເຈົ້າຫວັງວ່າສະມາຄົມມິດຕະພາບ ເບລາຣຸດ - ຫວຽດນາມ ກໍ່ຄືສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດ ໄດ້ຮັບຮອງເອົາການເຄື່ອນໄຫວພົວພັນແລກປ່ຽນສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ ແລະ ປະກອບສ່ວນຕັ້ງໜ້າ, ມີປະສິດທິຜົນເຂົ້າໃນການເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, ພິເສດແມ່ນການສຶກສາລຸ້ນໜຸ່ມ 2 ປະເທດເຄົາລົບ, ຮັກສາ ແລະ ປັບປຸງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ຊາດ. ສະມາຊິກສະມາຄົມແຕ່ລະຄົນແມ່ນນັກການທູດຜູ້ໜຶ່ງທີ່ຖ່າຍທອດຄວາມມຸ່ງຫວັງ ແລະ ຄວາມຕັດສິນໃຈຂອງການນຳ ແລະ ປະຊາຊົນ 2 ປະເທດ, ນຳການພົວພັນຮ່ວມມື ຫວຽດນາມ - ເບລາຣຸດ ພັດທະນານັບມື້ນັບໝັ້ນຄົງ, ຂະຫຍັນຂັນເຄື່ອນ ແລະ ມີປະສິດທິຜົນກ່ວາອີກ.
 (ແຫຼ່ງຄັດຈາກ VOV)

top