ຂ່າວສານ

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບປະທານພັກກອມມູນິດຍີ່ປຸ່ນ Kazuo Shii

      ຕອນເຊົ້າວັນທີ 31 ພຶດສະພາ, ຕາມເວລາທ້ອງຖິ່ນ, ຢູ່ເຮືອນຮັບແຂກແຫ່ງຊາດ, ນະຄອນຫລວງ ໂຕກຽວ, ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານປະທານຄະນະບໍລິຫານງານສູນກາງພັກກອມມູນິດ ຍີ່ປຸ່ນ Kazou Shii ຢ່າງອົບອຸ່ນ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບປະທານພັກກອມມູນິດຍີ່ປຸ່ນ Kazuo Shii (ພາບ: TTXVN)
      ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ: ການພົວພັນ ຫວຽດນາມ - ຍີ່ປຸ່ນ ພວມຢູ່ໃນໄລຍະດີງາມທີ່ສຸດໃນ 45 ປີຜ່ານມາ ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ປາດຖະໜາວ່າ 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມື, ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ, ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມໄວ້ເນືື້ອເຊື່ອໃຈລະຫວ່າງ 2 ພັກກ່ວາອີກ, ຜ່ານນັ້ນ ປະກອບສ່ວນຊຸກຍູ້ນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດອຸດົມສົມບູນ, ເລິກເຊິ່ງກ້ວາຂວາງກ່ວາອີກ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ພາກພື້ນ ອາຊີ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.
        ສ່ວນທ່ານປະທານພັກກອມມູນິດ ຍີ່ປຸ່ນ Kazou Shii ສະແດງຄວາມປິຕິຊົມຊື່ຕໍ່ການພັດທະນາຂອງ ຫວຽດນາມ - ຍີ່ປຸ່ນ ໃນ 45 ປີຜ່ານມາ, ທ່ານ Kazou Shii ຕີລາຄາສູງທີ່ຕັ້ງສຳຄັນຂອງ ຫວຽດນາມ ໃນອາຊຽນ ແລະ ທ່ານ Kazou Shii ປາດຖະໜາຢາກໃຫ້ ຫວຽດນາມ ເສີມຂະຫຍາຍບົດບາດຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
 (ແຫຼ່ງຄັດຈາກ VOV)

top