ຂ່າວສານ

ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ມາຮອດນະຄອນຫຼວງ ວຽງຈັນ, ເລີ່ມຕົ້ນການຢ້ຽມຢາມປະເທດ ສປປ ລາວຢ່າງເປັນທາງການ

ຕາມຜູ້ສື່ຂ່າວຈາກສຳນັກຂ່າວສານ ຫວຽດນາມ, ໃນເວລາ 8:30 ໂມງຂອງວັນທີ 10 ເມສາ ຕາມເວລາທ້ອງຖິ່ນ, ຍົນພິເສດທີ່ນຳທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງເຖິງສະໜາມບິນສາກົນ ວັດໄຕ, ນະຄອນຫຼວງວຽງຈັນ, ເລີ່ມ ຕົ້ນ ການຢ້ຽມຢາມປະເທດ ສປປ ລາວຢ່າງເປັນທາງການ ໂດຍຕອບສະໜອງຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ສປປ ລາວ ທອງລຸນ ສີສຸລິດ.
ພິທີຕ້ອນຮັບທ່ານປະທານປະເທດ ຫວໍວັນເຖືອງ ຢູ່ສະໜາມບິນສາກົນວັດໄຕ. ພາບ: ຖົ໋ງເຍິດ/VNA

ມີໜ້າຢູ່​ສະໜາມ​ບິນ​ວັດ​ໄຕ ​ເພື່ອ​ຕ້ອນຮັບ​ທ່ານ​ປະທານ​ປະ​ເທດ  ຫວໍວັນເຖືອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ຫວຽດນາມ ມີ​ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ ແຫ່ງ ສປປ ລາວ;  ທ່ານ ອາດສະພານທອງ ສີພັນດອນເຈົ້າຄອງນະຄອນ ວຽງຈັນ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ; ທ່ານ ຫງວຽນບ໋າຮຸ່ງ, ເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ. ຝ່າຍ​ຫວຽດນາມ ລວມມີ​ທ່ານ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ.  ທີ່​ສະໜາມ​ບິນ, ມີ​ຜູ້ຕາງໜ້າ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ນັກ​ສຶກສາ​ ຫວຽດນາມ ​ຢູ່​ລາວ, ຊາວ​ລາວ ​ໄດ້​ຖື​ທຸງ​ຊາດ​ຂອງ​ສອງ​ປະ​ເທດ ​ແລະ ດອກ​ໄມ້​ສົດ​ໃສ ​ເພື່ອ​ຕ້ອນຮັບ​ທ່ານ​ປະທານ​ປະ​ເທດ ຫວໍວັນ​ເຖືອງ ​ແລະ ຄະນະ​ຢູ່​ສະໜາມ​ບິນ.

ຄາດ​ວ່າ​ໃນ​ໄລຍະ​ຢ້ຽມຢາມ​ລາວ, ທ່ານ​ປະທານ​ປະ​ເທດ ຫວໍວັນ​ເຖືອງ ຈະ​ເຂົ້າ​ຮ່ວມ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ, ​ເຈລະຈາ ​ແລະ ພ້ອມ​ກັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ​ເປັນ​ສັກຂີ​ພິຍານໃນ​ພິທີ​ລົງ​ນາມ​ເອກະສານ​ຮ່ວມ​ມື​ລະຫວ່າງສອງ ປະ​ເທດ. ທ່ານ​ປະທານ​ປະ​ເທດ​ຍັງ​ຈະ​ມີ​ການ​ພົບ​ປະແລກປ່ຽນຄຳຄິດຄຳເຫັນ ​ກັບ​ນາຍົກລັດຖະມົນຕີ ​ແລະ ປະທານ​ສະພາ​ແຫ່ງ​ຊາດ ​ລາວ; ຕ້ອນຮັບ ທ່ານປະທານສູນກາງແນວລາວສ້າງຊາດ, ປະທານສູນກາງສະມາຄົມມິດຕະພາບ ລາວ-ຫວຽດນາມ; ເຂົ້າຮ່ວມພິທີຕ້ອນຮັບຂອງ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ຢ່າງເປັນທາງການ; ມາ​ຢ້ຽມ​ຢາມ​ສະ​ຖານ​ທູດ ​ຫວຽດ​ນາມ ປະ​ຈຳ​ລາວ ແລະ ພົບ​ປະ​ກັບ​ຜູ້​ແທນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ປະ​ຈຳ​ຢູ່ ລາວ. 


top