ຂ່າວສານ

ທ່ານປະທານປະເທດ ຫວໍວັນເຖືອງ ອວຍພອນວັນວິສາຂະບູຊາ ຢູ່ນະຄອນ ໂຮ່ຈີມິນ

ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມ ທີ່ຍາມໃດກໍ່ເຄົາລົບນັບຖື ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສ ເຊື່ອຖືສາສະໜາຂອງປະຊາຊົນ...
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ອວຍພອນຢູ່ວັດ ເຮວງຽມ (ພາບ:TTXVN)

ຕອນເຊົ້າວັນທີ 26 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໄປຢ້ຽມຢາມ, ອວຍພອນຜູ້ມີຍົດສັກຕຳແໜ່ງ, ພະສົງສຳມະເນນ, ພຸດທະສາສະໜິກກະຊົນ ສະມາຄົມພຸດທະສາສະໜາ ຫວຽດນາມ ຢູ່ ວັດ ເຮວງຽມ ແລະ ວັດ ມິງດ້າວ, ຢູ່ນະຄອນ ໂຮ່ຈີມິນ ເນື່ອງໃນໂອກາດວັນບຸນ ວິສາຂະບູຊາ ພສ 2567.

ທີ່ການຢ້ຽມຢາມ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມ ທີ່ຍາມໃດກໍ່ເຄົາລົບນັບຖື ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສ ເຊື່ອຖືສາສະໜາຂອງປະຊາຊົນ, ເອົາໃຈໃສ່ ແລະ ສ້າງເງື່ອນໄຂໃຫ້ແກ່ບັນດາອົງການສາສະໜາເຄື່ອນໄຫວຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ. ເນັ້ນໜັກວ່າ ປີ 2023 ນີ້, ແມ່ນປີທີ່ມີຄວາມໝາຍສຳຄັນພິເສດຂອງສະມາຄົມ ພຸດທະສາສະໜາ ຫວຽດນາມ, ແມ່ນປີທຳອິດຂອງການຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຂອງພຸດທະສາສະໜາທົ່ວປະເທດຄັ້ງທີ IX, ທ່ານປະທານປະເທດ ຫວໍວັນເຖືອງ ຫວັງວ່າ ສະມາຄົມຈະເສີມຂະຫຍາຍມູນເຊື້ອຂອງພຸດທະສາສະໜາ ຫວຽດນາມ, ມີຫຼາຍຜົນງານຢູ່ໃນສິນກິນໃນທຳ, ຂົນຂວາຍພະສົງສຳມະເນັນ, ພຸດທະສາສະນິກກະຊົນຮ່ວມແຮງຮ່ວມໃຈພ້ອມກັບທົ່ວປວງຊົນມີການປະກອບສ່ວນທີ່ນັບມື້ນັບສຳຄັນເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນໄລຍະໃໝ່.


top