ຂ່າວສານ

ທ່ານປະທານປະເທດ ຫວໍວັນເຖືອງ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ

ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ; ຫວັງວ່າພໍແມ່ປະຊາຊົນເຊື່ອມໂຍງກັບປະເທດປະຈຳຖິ່ນໃຫ້ເປັນຢ່າງດີ, ທຳມາຫາກິນ, ດຳລົງຊີວິດ ແລະ ພັດທະນາ, ພ້ອມທັງຍາມໃດກໍ່ອ່ວາຍໜ້າເມື່ອຫາບ້ານເກີດເມືອງນອນ, ປະເທດຊາດ.
  ທ່ານປະທານປະເທດ ຫວໍວັນເຖືອງ ພົບປະກັບພະນັກງານ, ພາລະກອນ ສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ພໍ່ແມ່ປະຊາຊົນ ອາໄສຢູ່ລາວ  

ໂດຍສືບຕໍ່ໂຄງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ຕອນເຊົ້າວັນທີ 11 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໄປຢ້ຽມຢາມພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ: ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ; ຫວັງວ່າພໍແມ່ປະຊາຊົນເຊື່ອມໂຍງກັບປະເທດປະຈຳຖິ່ນໃຫ້ເປັນຢ່າງດີ, ທຳມາຫາກິນ, ດຳລົງຊີວິດ ແລະ ພັດທະນາ, ພ້ອມທັງຍາມໃດກໍ່ອ່ວາຍໜ້າເມື່ອຫາບ້ານເກີດເມືອງນອນ, ປະເທດຊາດ.

ທ່ານປະທານປະເທດ ປາດຖະໜາວ່າ ພໍ່ແມ່ປະຊາຊົນສືບຕໍ່ແມ່ນຂົວເຊື່ອມຕໍ່ເພີ່ມພຸນຄຸນສ້າງສາຍພົວພັນແບບພິເສດ ຫວຽດນາມ - ລາວ; ສະຖານທູດຫວຽດນາມ ປະຈຳ ລາວ ສືບຕໍ່ເອົາໃຈໃສ່ປະຕິບັດວຽກງານປົກປ້ອງພົນລະເມືອງ ແລະ ຊ່ວຍເຫຼືອພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ລາວ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປວາງພວງມາລາຢູ່ ອະນຸສາວະລີປະທານ ໄກສອນ ພົມວິຫານ ໃນບໍລິເວນ ຫໍພິພິທະພັນ ໄກສອນ ພົມວິຫານ ຢູ່ນະຄອນຫຼວງ ວຽງຈັນ.


top