ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກການພົວພັນພິເສດ ຫວຽດນາມ - ລາວ ແມ່ນຊັບສົມບັດອັນລຳຄ້າລວມ ເຊິ່ງທັງສອງປະເທດສືບຕໍ່ຕ້ອງຮັກສາ, ເສີມຂະຫຍາຍ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານນາງ ວຽງທອງ ສີພັນດອນ, ເລຂາສູນກາງພັກປະຊາຊົນປະຕິວັດລາວ, ປະທານສານປະຊາຊົນສູງສຸດ ລາວ
ຕອນບ່າຍວັນທີ 22 ສິງຫາ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານນາງ ວຽງທອງ ສີພັນດອນ, ເລຂາສູນກາງພັກປະຊາຊົນປະຕິວັດລາວ, ປະທານສານປະຊາຊົນສູງສຸດ ລາວ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກການພົວພັນພິເສດ ຫວຽດນາມ - ລາວ ແມ່ນຊັບສົມບັດອັນລຳຄ້າລວມ ເຊິ່ງທັງສອງປະເທດສືບຕໍ່ຕ້ອງຮັກສາ, ເສີມຂະຫຍາຍ. ດັ່ງນັ້ນ, ການຮັກສາບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນເປັນປະຈຳ, ການນຖອດຖອນບົດຮຽນເຊິ່ງກັນ ແລະ ກັນລະຫວ່າງບັນດາອົງການ, ທ້ອງຖິ່ນ ຂອງສອງປະເທດແມ່ນຈຳເປັນທີ່ສຸດ, ຈາກນັ້ນປະຕິບັດໜ້າທີ່ຂອງແຕ່ລະອົງການ ແລະ ປະກອບສ່ວນຮັດແໜ້ນການພົວພັນ ຫວຽດນາມ - ລາວ ໃຫ້ປະສິດທິຜົນກ່ວາອີກ.
ສ່ວນທ່ານນາງ ວຽງທອງ ສີພັນດອນ ໃຫ້ຮູ້ວ່າ: ຂະແໜງສານຂອງສອງປະເທດເປັນເອກະພາບ ກັນສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງການພົວພັນແບບພິເສດ ຫວຽດນາມ - ລາວ ເຊິ່ງການນຳລຸ້ນຕ່າງໆຂອງສອງປະເທດ ເພີ່ມພຸນຄຸນສ້າງ; ເນັ້ນໜັກການໜູນຊ່ວຍ, ໃຫ້ການສົມທົບຢ່າງຕັ້ງໜ້າຂອງສານປະຊາຊົນສູງສຸດ ຫວຽດນາມ ແມ່ນການລະດົມກຳລັງໃຈທີ່ສຳຄັນເພື່ອໃຫ້ສານປະຊາຊົນສູງສຸດລາວ ເຮັດຫຼ້ອນໜ້າທີ່ຂອງຕົນ.