ຂ່າວສານ

ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ສ ເຊັກໂກ Petr Fiala

ທ່ານປະທານປະເທດ ຫວໍວັນເຖືອງ ຊົມເຊີຍການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Petr Fiala...
  ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີ ສ ເຊັກໂກ Petr Fiala (ພາບ:TTXVN)  

ຕອນບ່າຍວັນທີ 21 ເມສາ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີ ສ ເຊັກໂກ Petr Fiala ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 20 – 22 ເມສາ.

ທ່ານປະທານປະເທດ ຫວໍວັນເຖືອງ ຊົມເຊີຍການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Petr Fiala, ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນສຳຄັນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ສ ເຊັກໂກ. ທ່ານປະທານປະເທດ ຫວຽດນາມ ຢັ້ງຢືນວ່າ: ລັດ ແລະ ປະຊາຊົນ ຫວຽດນາມ  ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດດ້ວຍປະຫວັດສາດກ່ວາ 70 ປີໃນທຸກຂົງເຂດ. ສ່ວນທ່ານນາຍົກລັດຖະມົນຕີ Petr Fiala  ຕີລາຄາສູງຜົນສຳເລັດແຫ່ງການພັດທະນາເສດຖະກິດ - ສັງຄົມ, ທີ່ຕັ້ງບົດບາດການພົວພັນຕ່າງປະເທດຂອງ ຫວຽດນາມ ຢູ່ພາກພື້ນ ແລະ ຢູ່ໃນໂລກ; ຢັ້ງຢືນວ່າ ເຊັກໂກ ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນກັບ ຫວຽດນາມ, ເຊິ່ງເປັນຄູ່ຮ່ວມມືສຳຄັນທີ່ສຸດຂອງ ເຊັກໂກ ໃນສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).

 


top