ຂ່າວສານ

ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບການນຳອັງກິດ, ກຸຍບາ ແລະ ສິງກະໂປ

ທີ່ການພົບປະຄັ້ງຕ່າງໆກັບການນຳ ອັງກິດ, 2 ຝ່າຍຢືນຢັນຢາກເປີດກວ້າງ ແລະ ເຮັດໃຫ້ການພົວພັນຮ່ວມມື ຫວຽດນາມ - ອັງກິດ ເລິກເຊິ່ງຂຶ້ນຕື່ມ ໃນບັນດາຂົງເຂດທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ.
  ທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ James Cleverly (ພາບ: TTXVN)  

ເນື່ອງໃນໂອກາດເຂົ້າຮ່ວມພິທີຂຶ້ນຄອງລາຊະບັນລັງຂອງເຈົ້າຊີວິດ ອັງກິດ Charles III ແຕ່ວັນທີ 04-06 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບປະທານສະພາຕ່ຳ, ຮອງປະທານສະພາຕ່ຳ, ລັດຖະມົນຕີກະຊວງການຕ່າງປະເທດ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ບັນດາສະມາຊິກລັດຖະບານຂອງ ອັງກິດ; ພົບປະ ແລະ ແລກປ່ຽນກັບທ່ານຮອງປະທານປະເທດ ກຸຍບາ; ຕ້ອນຮັບປະທານາທິບໍດີ ສິງກະໂປ.

ທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານຮອງປະທານປະເທດ ກຸຍບາ Salvador Valdes Mesa (ພາບ: TTXVN)

ທີ່ການພົບປະຄັ້ງຕ່າງໆກັບການນຳ ອັງກິດ, 2 ຝ່າຍຢືນຢັນຢາກເປີດກວ້າງ ແລະ ເຮັດໃຫ້ການພົວພັນຮ່ວມມື ຫວຽດນາມ - ອັງກິດ ເລິກເຊິ່ງຂຶ້ນຕື່ມ ໃນບັນດາຂົງເຂດທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ຄື: ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພັດທະນາເສດຖະກິດສີຂຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານຜະລິດຄືນໃໝ່… ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ ອັງກິດ ຕັ້ງໜ້າໜູນຊ່ວຍ ຫວຽດນາມ ດ້ານການເງິນ, ເຕັກໂນໂລຊີ ແລະ ຍົກສູງກຳລັງຄວາມສາມາດໃນຂອບເຂດຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ (JETP), ປະກອບສ່ວນປະຕິບັດບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ກອງປະຊຸມ COP 26 ຢ່າງແຮງ. ການນຳລັດຖະບານ, ລັດຖະສະພາ ອັງກິດ ຢັ້ງຢືນສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ແລະ ອາຊຽນ ກ່ຽວກັບທະເລຕາເວັນອອກ.

ເມື່ອແລກປ່ຽນກັບທ່ານຮອງປະທານປະເທດ ກຸຍບາ Salvador Valdes Mesa, ການນຳ 2 ປະເທດເຊື່ອໝັ້ນວ່າ ສາຍພົວພັນລະຫວ່າງ 2 ປະເທດຈະໄດ້ຮັບການປັບປຸງ ແລະ ພັດທະນາຢ່າງດີງາມໃນໄລຍະຈະມາເຖິງຢ່າງບໍ່ຢຸດຢັ້ງ.

ທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob (ພາບ: TTXVN)

ທີ່ການຕ້ອນຮັບທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob, ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ, 2 ຝ່າຍຄວນສືບຕໍ່ມີມາດຕະການລະອຽດ, ແທດຈິງ, ມີປະສິດທິຜົນ ເພື່ອຊຸກຍູ້ການພົວພັນ 2 ຝ່າຍໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ຄື: ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດລົງທຶນ, ການຄ້າ, ການສຶກສາບຳລຸງວ້າງ, ທ່ອງທ່ຽວ, ເພີ່ມທະວີການແລກປ່ຽນ ແລະ ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສສາກົນ, ຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ ແລະ ອາຊຽນ…

 


top