ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເນັ້ນນັກວ່າ: ຖ້າຫາວ່າເປັນ ສສຊ, ກ່ອນອື່ນໝົດແມ່ນຕ້ອງຮັບຟັງຄວາມໃນໃຈ, ຄວາມມຸ່ງຫວັງຂອງຜູ້ມີສິດເລືອກຕັ້ງ, ສ່ອງແສງໄປຍັງສະພາແຫ່ງຊາດ, ພັກ, ລັດ, ອົງການມີໜ້າທີ່ຮັບຜິດຊອບຢ່າງທັນການ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ກູຈີ
ຕອນເຊົ້າວັນທີ 14 ພຶດສະພາ, ຢູ່ເມືອງ ກູຈີ, ນະຄອນໂຮ່ຈີມິນ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ແລະ ບັນດາຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ XV, ໜ່ວຍເລືອກຕັ້ງທີ 10 (ເມືອງ ກູຈີ ແລະ ຮອກມົນ) ໄດ້ພົບປະກັບຜູ້ມີສິດເລືອກຕັ້ງທາງອອນລາຍ.
ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເນັ້ນນັກວ່າ: ຖ້າຫາວ່າເປັນ ສສຊ, ກ່ອນອື່ນໝົດແມ່ນຕ້ອງຮັບຟັງຄວາມໃນໃຈ, ຄວາມມຸ່ງຫວັງຂອງຜູ້ມີສິດເລືອກຕັ້ງ, ສ່ອງແສງໄປຍັງສະພາແຫ່ງຊາດ, ພັກ, ລັດ, ອົງການມີໜ້າທີ່ຮັບຜິດຊອບຢ່າງທັນການ ເພື່ອແກ້ໄຂບັນາຂໍ້ສະເໜີ, ຄຳເຫັນທີ່ຊອບທຳຂອງຜູ້ມີສິດເລືອກຕັ້ງໃນບ່ອນຕົນເອງອາໄສຢູ່ ປະກອບສ່ວນຍົກສູງຊີວິດຂອງ ປຊຊ .
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ມີຄວາມເອົາໃຈໃສ່ຕໍ່ການຜັນຂະຫຍາຍ 4 ໂຄງການພັດທະນາ ທີ່ນະຄອນໂຮ່ຈີມິນ ໄດ້ວາງອອກ, ໃນນັ້ນມີການຍົກສູງຄຸນະພາບບັນດາເຂດຖືກນ້ຳຖ້ວມ, ໄພທຳມະຊາດ, ຮັບປະກັນສິ່ງແວດລ້ອມຂຽວ, ປອດໄພ. ທ່ານເນັ້ນໜັກວ່າ ຕ້ອງຊຸກຍູ້ຢ່າງແຮງບັນດາໂຄງການຫັນປ່ຽນດີຈີຕອນແຫ່ງຊາດ, ຫັນ
ນະຄອນໂຮ່ຈີມິນ ເປັນພື້ນຖານເສດຖະກິດດີຈີຕອນໂດຍໄວ.
(ແຫຼ່ງຄັດຈາກ VOV)