ຂ່າວສານ

ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຢ້ຽມຢາມ ແລະ ເຮັດວຽກກັບ ກະຊວງປ້ອງກັນປະເທດ

      ຕອນເຊົ້າວັນທີ 17 ຕຸລາ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຄຸ້ມຄອງບັນດາກຳລັງປະກອບອາວຸດ, ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບກະຊວງປ້ອງກັນປະເທດ ຢູ່ຮ່າໂນ້ຍ.

(ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເຮັດວຽກກັບ ກະຊວງປ້ອງກັນປະເທດ)
      ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ ຄະນະພັກການທະຫານສູນກາງ; ກະຊວງປ້ອງກັນປະເທດ ສືບຕໍ່ຊີ້ນຳ, ນຳພາ, ຊາບຊືມ, ຜັນຂະຫຍາຍການປະຕິບັດບັນດາມະຕິຂອງສູນກາງ; ບັນດາຄາດໝາຍ, ໜ້າທີ່ຊຶ່ງມະຕິກອງປະຊຸມໃຫຍ່ອົງຄະນະກອງທັບພັກ ຄັ້ງທີ X ທີ່ໄດ້ກຳນົດໃຫ້ເປັນຢ່າງດີ, ຜັນຂະຫຍາຍການປະຕິບັດບັນດາໜ້າທີ່ຊຶ່ງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊຮອບດ້ານ; ກຳແໜ້ນສະພາບການເປັນປະຈຳ, ເປັນເສນາທິການໃຫ້ພັກ, ລັດ ກ່ຽວກັບ ການພັດທະນາເສດຖະກິດ-ສັງຄົມຕິດພັນກັບການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ…
        ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ສົມທົບກັນຢ່າງແໜ້ນແຟ້ນກັບ ຕຳຫຼວດປະຊາຊົນຫວຽດນາມ ແລະ ບັນດາກຳລັງທີ່ກ່ຽວຂ້ອງເດັດດ່ຽວຕໍ່ສູ້ເຮັດໃຫ້ທຸກກົນອຸບາຍການເຄື່ອນໄຫວມ້າງທຳລາຍຂອງບັນດາອິດທິກຳລັງເປັນປໍລະປັກຖືກປະລາໄຊ, ຮັກສາຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ບັນດາເຫດການສຳຄັນດ້ານການເມືອງ, ບັນດາວັນບຸນໃຫຍ່ຂອງຊາດ, ພິເສດແມ່ນບັນດາການເຄື່ອນໄຫວຂອງກອງປະຊຸມສຸດຍອດ APEC 2017 ທີ່ຈັດຕັ້ງຢູ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

top