ຂ່າວສານ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຢ້ຽມຢາມ, ເຮັດວຽກກັບກອງບັນຊາການທະຫານເຂດ 9

ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຮຽກຮ້ອງໃຫ້ກອງທັບເຂດ 9 ຈົ່ງຍົກສູງຄຸນນະພາບການເມືອງ, ລະດັບຄວາມຮູ້ ແລະ ຄວາມສາມາດກຽມພ້ອມສູ້ຮົບຢ່າງບໍ່ຢຸດຢັ້ງ.
  ທ່ານປະທານປະເທດ ຫວໍວັນເຖືອງ ກ່າວຄຳເຫັນທີ່ການເຮັດວຽກ  

ຕອນບ່າຍວັນທີ 22 ເມສາ, ຢູ່ນະຄອນ ເກີ່ນເທີ, ກ່າວຄຳເຫັນໃນການຢ້ຽມຢາມ, ເຮັດວຽກກັບກອງບັນຊາການທະຫານເຂດ 9, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຮຽກຮ້ອງໃຫ້ກອງທັບເຂດ 9 ຈົ່ງຍົກສູງຄຸນນະພາບການເມືອງ, ລະດັບຄວາມຮູ້ ແລະ ຄວາມສາມາດກຽມພ້ອມສູ້ຮົບຢ່າງບໍ່ຢຸດຢັ້ງ; ເປັນເຈົ້າການກຳແໜ້ນສະພາບການ, ແກ້ໄຂບັນດາບັນຫາພຶດຕິກຳຕົວຈິງວາງອອກໃຫ້ເປັນຢ່າງດີ, ພິເສດແມ່ນໃນເຂດຊາຍແດນທາງບົກ ແລະ ເຂດທະເລທາງຕິດຕາເວັນຕົກພາກໃຕ້ຂອງປະເທດຊາດ; ສົມທົບກັນຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມໃນບໍລິເວນ, ປະກອບສ່ວນສ້າງສະພາບແວດລ້ອມອຳນວຍຄວາມສະດວກໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ພັດທະນາເສດຖະກິດ - ສັງຄົມ. ທ່ານປະທານປະເທດ ຫວໍວັນເຖືອງ ກ່າວວ່າ :

ຕ້ອງເບິ່ງແຍງດູແລການສ້າງກຳລັງປະກອບອາວຸດທະຫານເຂດ ໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ, ຖືການສ້າງການເມືອງໝັ້ນຄົງເຂັ້ມແຂງເປັນພື້ນຖານ, ສຸມໃສ່ປະຕິບັດການກໍ່ສ້າງພັກ ໃນກອງທັບໃຫ້ເປັນຢ່າງດີ. ເພີ່ມທະວີວຽກງານປົກປ້ອງການເມືອງພາຍໃນ, ປົກປ້ອງພື້ນຖານແນວຄິດຂອງພັກ, ຕໍ່ສູ້ກັບບັນດາທັດສະນະທີ່ຜິດເຂວ, ປະຕິການຂອງບັນດາກຳລັງເປັນປໍລະປັກຢ່າງມີປະສິດທິຜົນ, ພິເສດແມ່ນໃນເຄືອຂ່າຍອິນເຕີເນັດ. ເອົາໃຈໃສ່ຊີວິດທາງດ້ານວັດຖຸ, ຈິດໃຈຂອງພະນັກງານ, ນັກຮົບໃຫ້ເປັນຢ່າງດີ. ປະຕິບັດວຽກງານນະໂຍບາຍແນວຫຼັງກອງທັບເປັນຢ່າງດີ, ພິເສດແມ່ນສຳລັບບັນດາກຳລັງປະຕິບັດໜ້າທີ່ຢູ່ເຂດປະສົບກັບຄວາມຫຍຸ້ງຍາກ.


top