ຂ່າວສານ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ: ປະເທດຊາດ ຍາມໃດກໍຢາກມີບັນດາວິສາຫະກິດຄື THACO

“ອາດເວົ້າໄດ້ວ່າ THACO ແມ່ນຕົວແບບທີ່ກ້າຫານ ແລະ ປະສົບຜົນສຳເລັດໃນຂົງເຂດເສດຖະກິດເອກະຊົນ ທີ່ເຂົ້າຮ່ວມວິວັດທະນາການສ້າງໂຄງປະກອບຄືນໃໝ່, ຫັນພື້ນຖານເສດຖະກິດເປັນທັນສະໄໝ.
  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ມອບຫຼຽນໄຊແຮງງານຊັ້ນ 1 ໃຫ້ແກ່ກຸ່ມບໍລິສັດ THACO  

ຕອນຄ່ຳວັນທີ 11 ທັນວາ, ຢູ່ນະຄອນ ໂຮ່ຈີມິນ, ກຸ່ມບໍລິສັດຫຸ້ນສ່ວນ ເຈື່ອງຫາຍ (THACO GROUP) ໄດ້ຈັດພິທີສະເຫຼີມສະຫຼອງ “25 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາ”.  ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມອບຫຼຽນໄຊແຮງງານຊັ້ນ 1 ໃຫ້ແກ່ກຸ່ມບໍລິສັດ THACO. ນີ້ເປັນຄັ້ງທີ 2 ເຊິ່ງກຸ່ມບໍລິສັດດັ່ງກ່າວ ໄດ້ເປັນກຽດຮັບຫຼຽນໄຊແຮງງານຊັ້ນ 1.

 ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

“ອາດເວົ້າໄດ້ວ່າ THACO ແມ່ນຕົວແບບທີ່ກ້າຫານ ແລະ ປະສົບຜົນສຳເລັດໃນຂົງເຂດເສດຖະກິດເອກະຊົນ ທີ່ເຂົ້າຮ່ວມວິວັດທະນາການສ້າງໂຄງປະກອບຄືນໃໝ່, ຫັນພື້ນຖານເສດຖະກິດເປັນທັນສະໄໝ. ຜົນສຳເລັດຂອງ THACO ຍັງແມ່ນສັນຍາລັກແຫ່ງຄວາມສຳເລັດ, ເຖິງວ່າແມ່ນບາດກ້າວທຳອິດຂອງຂະແໜງອຸດສາຫະກຳໂອໂຕ ຫວຽດນາມ ກໍ່ຕາມ. THACO  ໄດ້ພິສູດໃຫ້ເຫັນວ່າ ສະພາບແວດລ້ອມ ຫວຽດນາມ ກໍມີວິສາຫະກິດຂະໜາດໃຫຍ່ເຊັ່ນດຽວກັນ”.

ທ່ານປະທານປະເທດ ສະເໜີໃຫ້ບັນດາກຸ່ມບໍລິສັດ ຫວຽດນາມ, ນັບທັງລັດວິສາຫະກິດ ຫຼື ເອກະຊົນ, ຕ້ອງປະຈັນບານໃນການຄົ້ນຄວ້າພັດທະນາ, ໝູນໃຊ້ເຕັກໂນໂລຢີສູງ, ພິຊິດຕະຫຼາດທົ່ວໂລກ.


top