ຂ່າວສານ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ພົບປະກັບອະດີດການນຳຂັ້ນສູງເຂດພາກກາງ

ເນື່ອງໃນໂອກາດບຸນປີໃຫມ່ປະຈຳຊາດວຽນມາ, ຕອນບ່າຍວັນທີ 8 ມັງກອນ ຢູ່ ນະຄອນ ດາຫນັງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະສັງສັນກັບພະນັກງານເບ້ຍບຳນານ ຊື່ງແມ່ນອະດີດການນຳຂັ້ນສູງຢູ່ບໍລິເວນພາກກາງ.
  ທ່ານປະທານປະເທດ ຫງວຽນຊວນຟຸກພົບປະສັງສັນກັບພະນັກງານເບ້ຍບຳນານ ຊື່ງແມ່ນອະດີດການນຳຂັ້ນສູງຢູ່ບໍລິເວນພາກກາງ.  

ທີ່ການພົບປະ, ທ່ານປະທານປະເທດ ເນັ້ນຫນັກວ່າ: ເຖິງວ່າ ພວກທ່ານໄດ້ອອກກິນເບ້ຍບຳນານແລ້ວກໍຕາມ ແຕ່ພູມປັນຍາ, ບົດຮຽນ ແລະ ຄວາມສຸດຈິດສຸດໃຈຂອງບັນດາທ່ານອະດີດການນຳຂັ້ນສູງ ແມ່ນສິ່ງທີ່ລ້ຳຄ່າທີ່ສຸດ. ທ່ານປະທານປະເທດປາດຖະຫນາຢາກໃຫ້ບັນດາທ່ານອະດີດການນຳຂັ້ນສູງສືບຕໍ່ປະກອບສ່ວນຢ່າງແທດຈິງໃຫ້ການການເຄື່ອນໄຫວຂອງບັນດາອົງການສູນກາງ ແລະ ທ້ອງຖິ່ນ, ຮັບໃຊ້ການພັດທະນາຂອງທ້ອງຖິ່ນ ແລະ ຂອງປະເທດຊາດ.

ເມື່ອແຈ້ງຂ່າວກ່ຽວກັບສະພາບການເສດຖະກິດສັງຄົມຂອງປະເທດຊາດໃນປີຜ່ານມາ, ທ່ານປະທານປະເທດ ໃຫ້ຮູ້ວ່າ: ຫວຽດນາມ ບັນລຸໄດ້ຫລາຍໝາກຜົນຕັ້ງຫນ້າໃນທຸກຂົງເຂດເສດຖະກິດ ສັງຄົມ, ຮັບປະກັນການປ້ອງກັນຊາດ ແລະ ການຕ່າງປະເທດ. ໃນນັ້ນ ເສດຖະກິດສັງຄົມຟື້ນຕົວຕັ້ງຫນ້າ, ການເຕີບໂຕສູງ (8,02%).

 ເສດຖະກິດມະຫາພາກມີສະຖຽນລະພາບ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຫລາຍການດຸ່ນດ່ຽງໃຫຍ່ໄດ້ຮັບປະກັນ. ພິເສດ ເຖິງວ່າ ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ແຕ່ພັກ, ລັດ ຍາມໃດກໍ່ມີຄວາມເອົາໃຈໃສ່ເຖິງວຽກງານສະຫວັດດີສັງຄົມ, ຫນູນຊ່ວຍກຳມະກອນ, ຄົນງານ 68 ລ້ານເທື່ອຄົນ ດ້ວຍງົບປະມານ 100.000  ຕື້ດົ່ງ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ.

 


top