ຂ່າວສານ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ: ບໍ່ໃຫ້ໃຜ​ຖືກປະໄວ້ຢູ່​ເບື້ອງຫຼັງ, ທຸກ​ຄົນ​​ຕ້ອນ​ຮັບບຸນເຕັດຢ່າງ​ມ່ວນ​ຊື່ນ

ອວຍພອນປີໃໝ່ ອົງຄະນະພັກ, ອຳນາດການປົກຄອງ, ນັກຮົບ, ກອງທັງ ແລະ ປະຊາຊົນ ນະຄອນຫາຍຟ່ອງ, ທ່ານປະທາປະເທດ ຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ ພັກ ແລະ ລັດ ໄດ້ຊີ້ນຳບັນດາກະຊວງ, ຂະແໜງການ  ແລະ ທ້ອງຖິ່ນເອົາໃຈໃສ່ເຖິງບັນດາຄອບຄົວເປົ້າໝາຍນະໂຍບາຍ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ມອບຂອງຂວັນໃຫ້ແກ່ເປົ້າໝາຍນະໂຍບາຍ. (ພາບ: TTXVN)

ຕອນເຊົ້າວັນທີ 26 ມັງກອນ ເນື່ອງໃນໂອກາດບຸນເຕັດ-ປີຂານ 2022, ຢູ່ນະຄອນຫາຍຟ່ອງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ, ມອບຂອງຂວັນອວຍພອນບຸນເຕັດ ໃຫ້ຜູ້ຕາງໜ້າຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ກຳມະກອນປະສົບກັບຄວາມຫຍຸ້ງຍາກ ແລະ ຜູ້ຕິດຮ້າຍຈາກທາດພິດສີສົ້ມ/dioxin ຢູ່ບໍລິເວນນະຄອນ.

ອວຍພອນປີໃໝ່ ອົງຄະນະພັກ, ອຳນາດການປົກຄອງ, ນັກຮົບ, ກອງທັງ ແລະ ປະຊາຊົນ ນະຄອນຫາຍຟ່ອງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ ພັກ ແລະ ລັດ ໄດ້ຊີ້ນຳບັນດາກະຊວງ, ຂະແໜງການ  ແລະ ທ້ອງຖິ່ນເອົາໃຈໃສ່ເຖິງບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ກຳມະກອນປະສົບກັບຄວາມຫຍຸ້ງຍາກ ແລະ ຜູ້ຕິດທາດພິດສີສົ້ມ/dioxin ບໍ່ໃຫ້ໃຜຖືກໄວ້ຢູ່ເບື້ອງຫຼັງ, ທຸກຄົນຕ້ອນຮັບບຸນເຕັດຢ່າງມ່ວນຊືນ. ທ່ານປະທານປະເທດ ຫວຽດນາມ ໃສ່ໃຈວ່ານະຄອນຫາຍຟ່ອງ ຄວນມີໂຄງການລົບລ້າງຄວາມທຸກຍາກຢ່າງເຖິງຖອງກວ່ານີ້ອີກ.

ຕໍ່ຈາກນັ້ນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ກໍ່ໄປຢ້ຽມຢາມໂຮງງານຜະລິດລົດໂອໂຕ Vinfast, ມອບຂອງຂວັນ, ອວຍພອນບຸນເຕັດ ກຳມະກອນຊາວຜູ້ອອກແຮງງານຢູ່ໂຮງງານດັ່ງກ່າວ.

(ແຫຼ່ງຄັດຈາກ VOV)


top