ຂ່າວສານ

ທ່ານປະທານປະເທດ ຫງວຽນຊ່ວນຟຸກ, ກໍ່ສ້າງພື້ນຖານຕຸລາການ ຫວຽດນາມ ທີ່ເປັນມືອາຊີບ, ທັນສະໄໝ, ຍຸດຕິທຳ, ມີຄວາມເຂັ້ມງວດ

ວັນທີ 11 ມັງກອນ ຢູ່ນະຄອນຫຼວງ ຮ່າໂນ້ຍ, ສານປະຊາຊົນສູງສຸດໄດ້ຈັດຕັ້ງກອງປະຊຸມວິທະຍາສາດທີ່ມີຫົວຂໍ້ “ປະຕິຮູບດ້ານຕຸລາການຢູ່ສານປະຊາຊົນ ເຖິງປີ 2030, ກໍານົດທິດຮອດ ປີ 2045 ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການກໍ່ສ້າງລັດແຫ່ງ ກົດໝາຍໃນສັງຄົມນິຍົມ ຫວຽດນາມ”.
ທ່ານປະທານປະເທດຫງວຽນຊ່ວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນຢູ່ກອງປະຊຸມສຳມະນາ, ທ່ານ ປະທານປະເທດຫງວຽນຊ່ວນຟຸກ, ຫົວໜ້າຄະນະຊີ້ນນຳ ການປະຕິຮູບດ້ານຕຸລາການສານສູນກາງ, ຫົວໜ້າຄະນະຊີ້ນຳແຜນຮ່າງ “ຍຸດທະສາດການກໍ່ສ້າງລັດແຫ່ງກົດໝາຍ ສັງຄົມນິຍົມ ຫວຽດນາມ ເຖິງປີ 2030, ກຳນົດທິດເຖິງປີ 2045” ເນັ້ນໜັກເອກະສານກອງປະຊຸມໃຫ່ຍຄັ້ງທີ XIII ຂອງພັກ ໄດ້ວາງຂໍ້ສະເໜີ, ໜ້າທີ່ນັ້ນແມ່ນການກໍ່ສ້າງພື້ນຖານຕຸລາການ ຫວຽດນາມ ທີ່ເປັນມືອາຊີບ, ທັນສະໄໝ, ຍຸດຕິທຳ, ມີຄວາມເຂັ້ມງວດ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ. ທ່ານປະທານປະເທດ ຫງວຽນຊ່ວນຟຸກ ຮຽກຮ້ອງໃຫ້ໄຈ້ແຍກບັນດາທິດທາງ, ເປົ້າໝາຍ, ໜ້າທີ່, ວິທີແກ້ໄຂໂດຍລະອຽດໃຫ້ແກ່ຍຸດທະສາດ ປະຕິຮູບດ້ານຕຸລາການໃໝ່ ຂອງສານ, ພ້ອມກັນນັ້ນ, ສະເໜີບັນດາມາດຕະການແກ້ໄຂໃໜ່ ໃນໄລຍະ ແຕ່ນີ້ຮອດປີ 2030 ກຳນົດທິດເຖິງປີ 2045 ໃຫ້ເໝາະສົມກັບສະພາບຕົວຈິງຂອງປະເທດຊາດ ແລະທ່າອຽ່ງພັດທະນາລວມຂອງໂລກ.
(ແຫຼ່ງຄັດຈາກ VOV)

top