ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ເດີນທາງໄປຢ້ຽມຢາມສັນຖະວະໄມຕີ ກູບາ ຢ່າງເປັນທາງການ

      ນີ້ແມ່ນການຢ້ຽມຢາມຄັ້ງປະຫວັດສາດ ໂດຍທ່ານປະທານປະເທດ ຫງວຽນຊວັນຟຸກ ແມ່ນປະມຸກລັດຕ່າງປະເທດຄົນທຳອິດໄປຢ້ຽມຢາມ ກູບາ ພາຍຫຼັງປະເທດກູບາ ຈັດຕັ້ງ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກປະສົບຜົນສຳເລັດ ແລະ ຫວຽດນາມກໍ່ປະຕິບັດສຳເລັດກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ  (ພາບ: chinhphu.vn)
      ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ສາທາລະນະລັດ ກູບາ Miguel Díaz-Canel, ຕອນເຊົ້າວັນທີ 18 ກັນຍາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງເດີນທາງໄປຢ້ຽມຢາມສັນຖະວະໄມຕີ ກູບາ ຢ່າງເປັນທາງການໃນລະຫວ່າງວັນທີ 18 – 21 ກັນຍາ.
      ນີ້ແມ່ນການຢ້ຽມຢາມຄັ້ງປະຫວັດສາດ ໂດຍທ່ານປະທານປະເທດ ຫງວຽນຊວັນຟຸກ ແມ່ນປະມຸກລັດຕ່າງປະເທດຄົນທຳອິດໄປຢ້ຽມຢາມ ກູບາ ພາຍຫຼັງປະເທດກູບາ ຈັດຕັ້ງ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກປະສົບຜົນສຳເລັດ ແລະ ຫວຽດນາມກໍ່ປະຕິບັດສຳເລັດກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ. ການຢ້ຽມຢາມນີ້ກໍ່ສະແດງໃຫ້ເຫັນຄວາມສາມັກຄີ, ການສະໜັບສະໜູນຢ່າງແໜ້ນແຟ້ນຂອງ ຫວຽດນາມ ຕໍ່ກູບາ, ເປັນຕົ້ນແມ່ນໃນສະພາບການສອງປະເທດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ສະແດງໃຫ້ເຫັນຢ່າງຈະແຈ້ງສີສັນການທູດ ຫວຽດນາມ ແມ່ນສຸດໃຈ ແລະ ສັດຊື່ບໍລິສຸດ. ຜ່ານການຢ້ຽມຢາມນີ້ ຈະເຮັດໃຫ້ການພົວພັນລະຫວ່າງສອງປະເທດ ເລິກເຊິ່ງກ່ວາອີກ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດໃຫ້ແທດຈິງ ແລະ ມີປະສິດທິຜົນກ່ວາອີກ.
(ແຫຼ່ງຄັດຈາກ VOV)


top