ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງໂຮງພິມຈຳໜ່າຍ ກິມດົງ

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງໂຮງພິມຈຳໜ່າຍ ກິມດົງ ໄດ້ສຳຜັດ, ຫັນປ່ຽນຕົນເອງ ສຳເລັດ ໃນສະພາບການປະຕິວັດອຸດສາຫະກຳ 4.0.

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງໂຮງພິມຈຳໜ່າຍ ກິມດົງ ໄດ້ສຳຜັດ, ຫັນປ່ຽນຕົນເອງ ສຳເລັດ ໃນສະພາບການປະຕິວັດອຸດສາຫະກຳ 4.0.

    

ທ່ານປະທານປະເທດ ຫງວຽນຊວັນຟຸກ ຢ້ຽມຢາມເຂດວາງສະແດງໂຮງພິມຈຳໜ່າຍ ກິມດົງ

(ພາບ: TTXVN)

ຕອນບ່າຍວັນທີ 17 ມິຖຸນາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງໂຮງພິມຈຳໜ່າຍ ກິມດົງ (17 ມິຖຸນາ 1957 – 17 ມິຖຸນາ 2022). ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງໂຮງພິມຈຳໜ່າຍ ກິມດົງ ໄດ້ສຳຜັດ, ຫັນປ່ຽນຕົນເອງ ສຳເລັດ ໃນສະພາບການປະຕິວັດອຸດສາຫະກຳ 4.0. ທ່ານປະທານປະເທດ ຫວຽນຊວັນຟຸກ, ສະເໜີວ່າ:

        “ຕໍ່ໜ້າຄວາມຫຍຸ້ງຍາກ, ສິ່ງທ້າທາຍໃໝ່ມີລັກສະນະຍຸກສະໄໝ, ຂ້າພະເຈົ້າຖືວ່າ ໂຮງພິມຈຳໜ່າຍ ກິມດົງ ຕ້ອງມີແນວຄິດທາງດ້ານຍຸດທະສາດພັດທະນາມີລັກສະນະປ່ຽນແປງໃໝ່ໃຫ້ເລິກເຊິ່ງກວ່າ, ມີຫົວຄິດປະດິດສ້າງສູງ. ຕົວຢ່າງຄື ພາລະກຳຂອງໂຮງພິມຈຳໜ່າຍ ກິມດົງ ໃນໄລຍະຈະມາເຖິງແມ່ນຫຍັງ; ນຳມາເຊິ່ງຄຸນຄ່າໃຫ້ແກ່ຊາວໜຸ່ມ, ເຍົາວະຊົນຄືແນວໃດ; ມີຫຼາຍຄອບຄົວ ແລະ ເຍົາວະຊົນຊອກອ່ານບົດປະພັນທີ່ມີຄຸນຄ່າສູງ, ດຶງດູດໃຈ”.

        ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ສະເໜີໃຫ້ໂຮງພິມຈຳໜ່າຍ ກິມດົງ ເພີ່ມທະວີພິມຈຳໜ່າຍປື້ມທີ່ມີຄຸນຄ່າທາງດ້ານມະນຸດສະທຳ, ສຶກສາລຸ້ນໜຸ່ມ, ປະກອບສ່ວນສ້າງຄຸນຄ່າແກ່ນສານ, ບຸກຄະລິກກະພາບອັນດີງາມໃຫ້ແກ່ຊາວໜຸ່ມເຍົາວະຊົນ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


top