ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ຮຽກຮ້ອງຍູ້ໄວຄວາມຄືບໜ້າການທົດລອງວັກຊິນ Nanocovax

ທ່ານປະທານປະເທດ ຮຽກກ້ອງໃຫ້ກະຊວງສາທາລະນະສຸກສ້າງເງື່ອນໄຂສະດວກດ້ານລະບຽບການ ໃຫ້ແກ່ບໍລິສັດທົດລອງວັກຊິນໄລຍະທີ 3.
(ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເຮັດວຽກກັບບໍລິສັດຫຸ້ນສ່ວນເຕັກໂນໂລຊີວະສາດການຢາ Nanogen)

ຕອນບ່າຍວັນທີ 29 ກໍລະກົດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບໍລິສັດຫຸ້ນສ່ວນເຕັກໂນໂລຊີວະສາດການຢາ Nanogen, ຊື່ງແມ່ນຫົວໜ່ວຍພວມໃນໄລຍະທົດລອງວັກຊິນ Nanocovax. ທ່ານປະທານປະເທດ ຮຽກກ້ອງໃຫ້ກະຊວງສາທາລະນະສຸກສ້າງເງື່ອນໄຂສະດວກດ້ານລະບຽບການ ໃຫ້ແກ່ບໍລິສັດທົດລອງວັກຊິນໄລຍະທີ 3, ແຕ່ຍັງຕອ້ງຮັບປະກັນໃຫ້ຖືກຕ້ອງຂັ້ນຕອນ, ຍ້ອນກ່ຽວຂ້ອງໂດຍກົງເຖິງສຸຂະພາບຂອງປະຊາຊົນ.

        ທີ່ການເຮັດວຽກ, ທ່ານປະທານປະເທດເນັ້ນໜັກວ່າ, ໃນຈຸດເວລານີ້ ວັກຊິນ ແລະ ການແຍກຫ່າງສັງຄົມແມ່ນທິດນຳໃນການປ້ອງກັນ, ຕ້ານໂລກລະບາດໂຄຄິດ-19, ທ່ານປະທານປະເທດ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:

        “ຂ້າພະເຈົ້າຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ແລະ ບັນດາອົງການທີ່ກ່ຽວຂ້ອງຕ້ອງສ້າງທຸກເງື່ອນໄຂອຳນວຍຄວາມສະດວກ, ຈັດຈັ້ງບັນດາຂັ້ນຕອນວິຊາສະເພາະໂດຍໄວ. ໃນນັ້ນ, ຂ້າພະເຈົ້າຮຽກຮ້ອງຕ້ອງຮັບປະກັນດ້ານວິຊາສະເພາະ ແລະຂັ້ນຕອນນີ້ຕ້ອງໄດ້ຮັບປະກັນ, ຍ້ອນກ່ຽວຂ້ອງເຖິງສຸດຂະພາບ ແລະ ຊີວິດຂອງປະຊາຊົນ. Nanogen ຕ້ອງພິສູດຂັ້ນຕອນນັ້ນກັບກະຊວງສາທາລະນະສຸກ. ຖ້າຈຳເປັນຈະເຊີນອົງການອະນາໄມໂລກເຂົ້າຮ່ວມຕີລາຄາພ້ອມກັບ ຫວຽດນາມ”.

(ແຫຼ່ງຄັດຈາກ VOV)


top