ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ອວຍພອນໃຫ້ງານມະຫາກຳກິລາ Olympic, Paralympic Tokyo 2020 ຈົ່ງບັນລຸຜົນສຳເລັດຢ່າງຈົບງາມ

      ງານມະຫາກຳກິລາ Olympic Tokyo 2020 ໄຂຂຶ້ນໃນວັນທີ 23 ກໍລະກົດ. ພິທີໄຂແກ່ຍາວເປັນເວລາ 3 ໂມງ 30 ນາທີຢູ່ສະໜາມກິລາແຫ່ງຊາດໃໝ່ຂອງ ຍີ່ປຸ່ນ ຢູ່ Shinjuku (ໂຕກຽວ).
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ
(ພາບ: TTXVN)
      ເນື່ອງໃນໂອກາດເຫດການນີ້, ວັນທີ 22 ກໍລະກົດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານນາຍົກລັດຖະມົນຕີ Suga Yoshihide. ໃນຈົດໝາຍ, ທ່ານປະທານປະເທດແບ່ງປັນວ່າ, ເພື່ອຈັດຕັ້ງເຫດການດັ່ງກ່າວ, ທ່ານນາຍົກລັດຖະມົນຕີ Suga Yoshihide ແລະ ປະຊາຊົນ ຍີ່ປຸ່ນ ໄດ້ຜ່ານຜ່າສິ່ງກີດຂວາງ, ຄວາມຫຍຸ້ງຍາກຫຼາຍຢ່າງ, ໂດຍສະເພາະແມ່ນຜົນກະທົບອັນໃຫຍ່ຫຼວງທີ່ບໍ່ເຄີຍມີມາກ່ອນຂອງໂລກລະບາດໂຄວິດ-19. ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ອວຍພອນໃຫ້ງານມະຫາກຳກິລາ Olympic, Paralympic Tokyo 2020 ຈົ່ງບັນລຸຜົນສຳເລັດຢ່າງຈົບງາມ.
        ໃນເຫດການທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 23 ກໍລະກົດ, ຄະນະນັກກິລາຫວຽດນາມ ໄດ້ເລີ່ມຕົ້ນການແຂ່ງຂັນຢູ່ Olympic Tokyo 2020. ນັກກິລາ ໂດ້ທິແອັງຫງຽດ ຂອງທິມຍິງທະນູ ຫວຽດນາມ ແມ່ນຜູ້ເປີດສາກການແຂ່ງຂັນຂອງຄະນະນັກກິລາຫວຽດນາມ. ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ເຂົ້າຮ່ວມການແຂ່ງຂັນປະເພດກິລາຍິງທະນູຢູ່ເວລາສາກົນນີ້.
 (ແຫຼ່ງຄັດຈາກ VOV)


top