ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ອວຍພອນບຸນເຕັດຢູ່ນະຄອນ ດ່ານັ້ງ

      ທ່ານປະທານປະເທດ ຢືນຢັນວ່າ, ເຖິງວ່າໂລກລະບາດມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ສະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຍາມໃດກໍ່ໄດ້ຮັບການຮັກສາໄວ້
(ທ່ານປະທານປະເທດ ຫງວຽນຊວັນຟຸກ ຢ້ຽມຢາມ ແລະ ອວຍພອນກຳລັງປະກອບອາວຸດນະຄອນ ດ່ານັ້ງ)
      ຕອນເຊົ້າວັນທີ 01 ກຸມພາ (ກົງກັບວັນທີ 1 ບຸນເຕັດປີຂານ ໄລ່ຕາມຈັນທະປະຕິທິນ), ເມື່ອໄປຢ້ຽມຢາມ ແລະ ອວຍພອນກຳລັງປະກອບອາວຸດນະຄອນ ດ່ານັ້ງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງບັນດາຜົນງານທີ່ກຳລັງປະກອບອາວຸດນະຄອນບັນລຸໄດ້. ທ່ານປະທານປະເທດ ຢືນຢັນວ່າ, ເຖິງວ່າໂລກລະບາດມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ສະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຍາມໃດກໍ່ໄດ້ຮັບການຮັກສາໄວ້, ພິເສດແມ່ນການສົມທົບກັນລະຫວ່າງກຳລັງປະກອບອາວຸດເຂດ 5, ບັນດາແຂວງໃກ້ຄຽງ. ນີ້ແມ່ນບົດຮຽນຕ້ອງໄດ້ຮັບການເສີມຂະຫຍາຍກວ່າອີກໃນປີ 2022. ທ່ານປະທານປະເທດ ຢືນຢັນວ່າ, ນະຄອນ ດ່ານັ້ງ ແມ່ນບໍລິເວນຍຸດທະສາດຢູ່ແຄມຝັ່ງທະເລຕາເວັນອອກ; ສະເໜີໃຫ້ບັນດາກຳລັງປະກອບອາວຸດນະຄອນ ດ່ານັ້ງ ຍາມໃດກໍ່ຕ້ອງມີສະຕິລະວັງຕົວ, ສ້າງກຳລັງໃຫ້ໝັ້ນຄົງເຂັ້ມແຂງ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ.
(ແຫຼ່ງຄັດຈາກ VOV)


top