ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ: ຫວຽດນາມ ມີຄວາມເຊື່ອໝັ້ນ, ພ້ອມແລ້ວທີ່ຈະແບກຫາບໜ້າທີ່ສຳຄັນກັບສາກົນ

ເມື່ອເຂົ້າເປັນສະມາຊິກສະພາຄວາມໝັ້ນຄົງ ຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ເຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ. (ພາບ: TTXVN)

ເນື່ອງໃນໂອກາດ ຫວຽດນາມ ປະຕິບັດສຳເລັດໜ້າທີ່ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງມີໄຊ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ມີສານສຳຄັນ, ໃນນັ້ນເນັ້ນໜັກວ່າ ຫວຽດນາມ ສືບຕໍ່ມີຄວາມເຊື່ອໝັ້ນ, ພ້ອມແລ້ວທີ່ຈະແບກຫາບໜ້າທີ່ສຳຄັນກັບສາກົນ ເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງ.

        ໃນສານ, ທ່ານປະທານປະເທດ ຢືນຢັນວ່າ: ເມື່ອເຂົ້າເປັນສະມາຊິກສະພາຄວາມໝັ້ນຄົງ ຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ເຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ ແລະ ເຊື່ອມໂຍງເຂົ້າກັບສາກົນໄດ້ຢ່າງຮອບດ້ານເລິກເຊິ່ງ, ກວ້າງຂວາງ. ຈາກປະເທດທຸກຍາກ, ຮັບການອຸປະຖຳ, ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນປະເທດຄູ່ຮ່ວມມືຕັ້ງໜ້າ, ເປັນເຈົ້າການ ປະກອບສ່ວນຢ່າງມີຄວາມຮັບຜິດຊອບ ແລະ ເຂົ້າຮ່ວມພ້ອມກັບສະຫະປະຊາຊາດແກ້ໄຂຫຼາຍບັນຫາທົ່ວໂລກກ່ຽວກັບສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢູ່ໃນໂລກ, ປະກອບສ່ວນຍົກທີ່ຕັ້ງຂອງ ຫວຽດນາມ, ນຳການພົວພັນກັບບັນດາປະເທດ, ຄູ່ຮ່ວມມືສຳຄັນເຂົ້າສູ່ລວງເລິກ, ມີປະສິດທິຜົນ.

        ທ່ານປະທານປະເທດ ເນັ້ນໜັກວ່າ: ສິ້ນສຸດອາຍຸການກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ດ້ວຍການຕີລາຄາຢ່າງຕັ້ງໜ້າ, ດ້ວຍຄວາມປາດຖະໜາລວມຂອງປະຊາຄົມສາກົນ ກ່ຽວກັບໂລກມີສັນຕິພາບແບບຍືນຍົງ, ບໍ່ມີສົງຄາມ, ປະທະກັນ; ບໍ່ມີຄວາມອຶດຫິວທຸກຍາກ ແລະ ຂາດຄວາມສະເໝີພາບ.

(ແຫຼ່ງຄັດຈາກ VOV)


top