ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ສິ້ນສຸດການຢ້ຽມຢາມ ສະວິດ ຢ່າງຈົບງາມ

ຜ່ານບັນດາການພົບປະ, ການນຳ ສະວິດ ໄດ້ສະແດງໃຫ້ເຫັນຄວາມປາດຖະໜາຢາກຮ່ວມມືກັບ ຫວຽດນາມ ຢ່າງເລິກເຊິ່ງ, ກວ້າງຂວາງກວ່າ ເພື່ອພ້ອມກັນພັດທະນາ.

ຕອນເຊົ້າວັນທີ 29 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ, ສິ້ນສຸດການຢ້ຽມຢາມສະຫະພັນ ສະວິດ ຢ່າງເປັນທາງການ ແລະ ເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ V.Putin.

        ດ້ວຍເກືອບ 30 ການເຄື່ອນໄຫວຢູ່ ສະວິດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ດຳເນີນເຈລະຈາກັບທ່ານປະທານາທິບໍດີ ສະວິດ Guy Parmelin, ພົບປະກັບສະພາແຫ່ງຊາດສະຫະພັນ ພ້ອມກັບການເຄື່ອນໄຫວອື່ນໆອີກ. ຜ່ານບັນດາການພົບປະ, ການນຳ ສະວິດ ໄດ້ສະແດງໃຫ້ເຫັນຄວາມປາດຖະໜາຢາກຮ່ວມມືກັບ ຫວຽດນາມ ຢ່າງເລິກເຊິ່ງ, ກວ້າງຂວາງກວ່າ ເພື່ອພ້ອມກັນພັດທະນາ.

        ໃນການຢ້ຽມຢາມ ສະວິດ ຢ່າງເປັນທາງການ, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ມີບັນດາການເຄື່ອນໄຫວຫຼາຍຝ່າຍກັບການນຳຂອງບັນດາອົງການຈັດຕັ້ງສາກົນແຖວໜ້າ ສະວິດ.

        ພາຍຫຼັງສິ້ນສຸດການຢ້ຽມຢາມ ສະວິດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການ.

(ແຫຼ່ງຄັດຈາກ VOV)


top