ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ, ຢ້ຽມຢາມ, ມອບຂອງຂວັນໃຫ້ຄູອາຈານຢູ່ນະຄອນ ໂຮ່ຈີມິນ

ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາວ່າ, ບັນດາຄູອາຈານສືບຕໍ່ອຸທິດສ່ວນໃຫ້ແກ່ພື້ນຖານການສຶກສາຂອງ ຫວຽດນາມ.
(ທ່ານປະທານປະເທດ ຫງວຽນຊວັນຟຸກ ອວຍພອນ. ທ່ານຮອງສາດສະດາຈານ, ປະລິນຍາເອກ, ນັກວິລະຊົນແຮງງານ ລິຮ່ວາ)
ຕອນຄ່ຳວັນທີ 15 ພະຈິກ, ໃນການໄປປະຕິບັດງານຢູ່ນະຄອນ ໂຮ່ຈີມິນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ຄູອາຈານດີເດັ່ນຂອງນະຄອນ ໂຮ່ຈີມິນ ຈຳນວນໜຶ່ງ, ອວຍພອນ, ລະດົມກຳລັງໃຈບັນດາຄູອາຈານ ເນື່ອງໃນໂອກາດສະເຫຼີມສະຫຼອງ 26 ປີແຫ່ງວັນຄູ ຫວຽດນາມ 20 ພະຈິກ. ເມື່ອໄປຢ້ຽມຢາມ, ມອບຂອງຂວັນໃຫ້ຄູອາຈານ, ທ່ານນາງ ຈ້ຽວທິເຫ້ວ, ປະລິນຍາໂທ, ອະດີດຫົວໜ້າໜ່ວຍງານວັນນະຄະດີພາສາສາດ, ໂຮງຮຽນມັດທະຍົມຕອນປາຍ ເລຮົ່ງຟອງ ທີ່ໄດ້ສິດສອນເປັນເວລາ 26 ປີ ແລະ ທ່ານຮອງສາດສະດາຈານ, ປະລິນຍາເອກ, ນັກວິລະຊົນແຮງງານ ລິຮ່ວາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາວ່າ, ບັນດາຄູອາຈານສືບຕໍ່ອຸທິດສ່ວນໃຫ້ແກ່ພື້ນຖານການສຶກສາຂອງ ຫວຽດນາມ, ສ້າງແຮງບັນດານໃຈຢ່າງຕັ້ງໜ້າເພື່ອບຳລຸງສ້າງຜູ້ທີ່ມີຄວາມເກັ່ງກ້າສາມາດໃຫ້ແກ່ນະຄອນ ໂຮ່ຈີມິນ ແລະ ປະເທດຊາດ.
(ແຫຼ່ງຄັດຈາກ VOV)

top