ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ມອບຂອງຂວັນບຸນເຕັດໃຫ້ຄອບຄົວທຸກຍາກຢູ່ ດ່ານັ້ງ

      ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ມອບຂອງຂວັນບຸນເຕັດໃນບໍລິເວນນະຄອນ ດ່ານັ້ງ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ
(ພາບປະກອບ: TTXVN)
      ຕອນເຊົ້າວັນທີ 16 ມັງກອນ, ໂດຍຕາງໜ້າການນຳພັກ, ລັດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ມອບຂອງຂວັນບຸນເຕັດໃຫ້ຜູ້ຕາງໜ້າບັນດາຄອບຄົວທຸກຍາກ ຍ້ອນໂລກລະບາດໂຄວິດ-19, ກຳມະກອນ, ຊາວຜູ້ອອກແຮງງານ, ຜູ້ຕິດທາດພິດສີສົມ/ດີໂອຊິນໃນບໍລິເວນນະຄອນ ດ່ານັ້ງ.
      ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ບຸນປີໃໝ່ປະຈຳຊາດ ແມ່ນຈຸດວັດທະນະທຳທີ່ເປັນມູນເຊື້ອຂອງແຕ່ລະຄອບຄົວ. ທ່ານປະທານປະເທດໄດ້ເຊັນຂໍ້ຕົກລົງກ່ຽວກັບການມອບຂອງຂວັນໃຫ້ບາງເປົ້າໝາຍມີຄຸນງາມຄວາມດີຕໍ່ການປະຕິວັດ ເນື່ອງໃນໂອກາດບຸນເຕັດປີຂານ 2022. ພ້ອມກັບແຫຼ່ງກຳລັງຂອງສູນກາງ, ບັນດາທ້ອງຖິ່ນໃນທົ່ວປະເທດ ກໍ່ໄດ້ກະກຽມແຫ່ລງການເງິນ ເພື່ອໜູນຊ່ວຍ່ປະຊາຊົນຕ້ອນຮັບບຸນເຕັດ. ທ່ານປະທານປະເທດ ສະເໜີໃຫ້ການນຳນະຄອນ ດ່ານັ້ງ, ສືບຕໍກວດກາບັນດາເປົ້າໝາຍໃນບໍລິເວນນະຄອນ, ໂດຍສະເພາະແມ່ນຄອບຄົວປະສົບກັບຄວາມຫຍຸ້ງຍາກ, ຄອບຄົວນະໂຍບາຍ, ຜູ້ເຖົ້າຜູ້ແກ່ຢູ່ໂດດດຽວ, ໜູນຊ່ວຍຢ່າງທັນການ ເພື່ອຮັບປະກັນໃຫ້ປະຊາຊົນທຸກຄົນໃນບໍລິເວນນະຄອນ ໄດ້ຕ້ອນຮັບບຸນເຕັດດ້ວຍຄວາມປອດໄພ, ມ່ວນຊື່ນ ແລະ ພິເສດແມ່ນຕ້ອງເອົາໃຈໃສ່ເຖິງບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ບໍ່ປະໃຫ້ແຜ່ລະບາດອອກສູ່ຊຸມຊົນ.
      ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ໄດ້ພົບປະກັບພະນັກງານພັກກິນເບ້ຍບຳນານອະດີດການນຳຂັ້ນສູງເຂດພາກກາງ.
(ແຫຼ່ງຄັດຈາກ VOV)


top