ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະແພດໝໍດີເດັ່ນໃນທົ່ວປະເທດ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບຄະນະຜູ້ແທນພະນັກງານການແພດດີເດັ່ນໃນທົ່ວປະເທດ ທີ່ຕາງໜ້າໃຫ້ແພດໝໍ, ພະນັກງານ, ພາລະກອນ, ລັດຖະກອນ, ຜູ້ອອກແຮງງານຂະແໜງການແພດນັບແສນຄົນ.

  (ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ພົບປະກັບຄະນະຜູ້ແທນ

ພະນັກງານການແພດດີເດັ່ນໃນທົ່ວປະເທດ)  

 ເນື່ອງໃນໂອກາດ 76 ປີແຫ່ງວັນແພດໝໍ ຫວຽດນາມ (ຄືວັນທີ 27 ກຸມພາ), ຕອນເຊົ້າວັນທີ 27 ກຸມພາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບຄະນະຜູ້ແທນພະນັກງານການແພດດີເດັ່ນໃນທົ່ວປະເທດ ທີ່ຕາງໜ້າໃຫ້ແພດໝໍ, ພະນັກງານ, ພາລະກອນ, ລັດຖະກອນ, ຜູ້ອອກແຮງງານຂະແໜງການແພດນັບແສນຄົນ.

ທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຂະແໜງການແພດທີ່ໃນໄລຍະ 67 ປີຜ່ານມາບັນລຸໄດ້ຜົນງານກະໂດດຂັ້ນຫຼາຍຢ່າງ, ເຊິ່ງແມ່ນໜຶ່ງໃນຈຳນວນໜ້ອຍປະເທດມີເຄືອຂ່າຍສາທາລະນະສຸກສົມບູນເຖິງບ້ານ, ເມືອງ, ຮັບປະກັນການການສະໜອງບັນດາການບໍລິການສາທາລະນະສຸກຢ່າງຄົບຖ້ວນ ເພື່ອຮັບໃຊ້ປະຊາຊົນໝົດທຸກຄົນ. ທ່ານປະທານປະເທດ ຢືນຢັນວ່າ, ພັກ, ລັດ ແລະ ປະຊາຊົນ ຍາມໃດກໍ່ຈົດຈຳ ແລະ ເຊີດຊູບັນດາການປະກອບສ່ວນຂອງຂະແໜງການແພດ ທີ່ມີຄວາມສຸດຈິດສຸດໃຈ ອຸທິດສ່ວນ, ປົກປ້ອງ, ເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ, ພິເສດແມ່ນບັນດາການອຸທິດສ່ວນ, ການເສຍສະຫຼະຂອງກຳລັງແພດໝໍທີ່ເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ດ້ວຍຂະແໜງອາຊີບສະເພາະປິ່ນປົວໃຫ້ຄົນເຈັບ ຍິ່ງຕ້ອງມີຄຸນສົມບັດ, ທ່ານປະທານປະເທດໄດ້ເອົາໃຈໃສ່ເປັນພິເສດວ່າ ຖັນແຖວພະນັກງານແພດໝໍ ຕ້ອງຝຶກຝົນຫຼໍ່ຫຼອມຄຸນນະທາດ, ຄວາມເກັ່ງກ້າສາມາດ, ວິຊາຊີບຢ່າງບໍ່ຢຸດຢັ້ງ ເພື່ອຕອບສະໜອງຄວາມຮຽກຮ້ອງໃນການປິ່ນປົວພະຍາດໃຫ້ແກ່ປະຊາຊົນ, ໂດຍສະເພາະແມ່ນໃນສະພາບໂລກລະບາດເກີດສິ່ງທ້າທາຍໃໝ່ຫຼາຍຢ່າງຕໍ່ມະນຸດ.

 
 

top