ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບຄະນະຜູ້ແທນສະມາຄົມວິທະຍາສາດປະຫວັດສາດ ຫວຽດນາມ

ທ່ານປະທານປະເທດ ໄດ້ຕີລາຄາສູງບົດບາດ ແລະ ບັນດາໝາກຜົນເຊິ່ງສະມາຄົມວິທະຍາສາດປະຫວັດສາດ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ.

ທ່ານປະທານປະເທດ ໄດ້ຕີລາຄາສູງບົດບາດ ແລະ ບັນດາໝາກຜົນເຊິ່ງສະມາຄົມວິທະຍາສາດປະຫວັດສາດ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ.

    

ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການພົບປະ. (ພາບ: TTXVN)

ຕອນເຊົ້າວັນທີ 03 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ພົບປະກັບຄະນະຜູ້ແທນສະມາຄົມວິທະຍາສາດປະຫວັດສາດ ຫວຽດນາມ.

        ທ່ານປະທານປະເທດ ໄດ້ຕີລາຄາສູງບົດບາດ ແລະ ບັນດາໝາກຜົນເຊິ່ງສະມາຄົມວິທະຍາສາດປະຫວັດສາດ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ກໍຄືຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຕີລາຄາສັງຄົມ, ປະກອບສ່ວນປົກປ້ອງຄຸນຄ່າປະຫວັດສາດຂອງຊາດ, ຕ້ານການເສກສັນປັ້ນແຕ່ງ, ຫວັງມ້າງເພທຳລາຍຂອງຫຼາຍກຸ່ມທີ່ເປັນປໍລະປັກ.

        ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ສະມາຄົມວິທະຍາສາດປະຫວັດສາດ ຫວຽດນາມ. ບໍ່ພຽງແຕ່ຄົ້ນຄວ້າ ແລະ ສຸມໃສ່ປະຫວັດສາດຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງຄົ້ນຄວ້າ, ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດສາດຂອງພາກພື້ນ ແລະ ໃນໂລກອີກດ້ວຍ. ພ້ອມກັນນັ້ນ, ສະມາຄົມຕ້ອງຄົ້ນຄວ້າມາດຕະການສົ່ງເສີມການຮຽນຕົວໜັງສື ຫວຽດ ບູຮານ, ເພື່ອຂຸດຄົ້ນບັນດາເອກະສານປະຫວັດສາດໃຫ້ເລິກເຊິ່ງກວ່າ, ປະກອບສ່ວນຕໍ່ສູ້ເພື່ອຜົນປະໂຫຍດ, ປົກປັກຮັກສາອະທິປະໄຕຂອງ ຫວຽດນາມ ຈາກບັນດາການຄົ້ນຄວ້າ, ພະຍານຫຼັກຖານປະຫວັດສາດທີ່ມີຄ່າ.

        “ພັກ ແລະ ລັດ ຖືປະຫວັດສາດຂອງຊາດຕິດພັນກັບການອະນຸລັກຮັກສາມໍລະດົກ, ກິດຈະກຳປະຫວັດສາດ, ວັດທະນະທຳເປັນສຳຄັນທີ່ສຸດ. ໃນນັ້ນ, ມີຄວາມເອົາໃຈໃສ່ເຖິງການຄົ້ນຄວ້າ, ສຶກສາປະຫວັດສາດ. ຕົວຈິງແມ່ນ ມີຄວາມເຂົ້າໃຈປະຫວັດສາດຂອງຊາດຢ່າງເລິກເຊິ່ງນັ້ນແມ່ນມີຄວາມໝາຍເປັນຕາຍຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ຂ້າພະເຈົ້າປາດຖະໜາວ່າ, ສະມາຄົມສືບຕໍ່ມີຂໍ້ສະເໜີລະອຽດຕໍ່ບັນດາອົງການທີ່ມີໜ້າທີ່ຂອງລັດ ເພື່ອສ້າງຊຸດປື້ມກ່ຽວກັບປະຫວັດສາດທີ່ສາມາເຂົ້າໃຈງ່າຍ, ຈື່ງ່າຍ, ດຶງດູດ, ໂດຍສະເພາະແມ່ນລຸ້ນໜຸ່ມ”.

(ແຫຼ່ງຄັດຈາກ VOV)


top