ຂ່າວສານ

ທ່ານປະທານປະເທດ ຫງວຽນຊວນຟຸກ ໄປຮອດບາງກອກ, ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກ ໄທ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ APEC ຄັ້ງທີ 29

ທ່ານນາຍົກລັດຖະມົນຕີ ໄທ ປຣະຢຸດ ຈັນໂອຊາ ແລະ ພັນລະຍາໄດ້ຕ້ອນຮັບຄະນະຢູ່ສະໜາມບິນ, ປະເທດເຈົ້າພາບໄດ້ຍິງປືນໃຫຍ່ 21 ລູກເພື່ອສະແດງຄວາມຊົມເຊີຍຕ້ອນຮັບຄະນະ.

ທ່ານນາຍົກລັດຖະມົນຕີ ໄທ ປຣະຢຸດ ຈັນໂອຊາ ແລະ ພັນລະຍາໄດ້ຕ້ອນຮັບຄະນະຢູ່ສະໜາມບິນ, ປະເທດເຈົ້າພາບໄດ້ຍິງປືນໃຫຍ່ 21 ລູກເພື່ອສະແດງຄວາມຊົມເຊີຍຕ້ອນຮັບຄະນະ.

  ສະໜາມບິນຖານທັບອາກາດດອນເມືອງ  

ຕອນທ່ຽງວັນທີ 16 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນຖານທັບອາກາດດອນເມືອງແຫ່ງລາຊະອານາຈັກ ໄທ, ນະຄອນຫຼວງ ບາງກອກ, ເລີ່ມຕົ້ນການຢ້ຽມຢາມ ໄທ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມບັນດາການນຳພື້ນຖານເສດຖະກິດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 29. ທ່ານນາຍົກລັດຖະມົນຕີ ໄທ ປຣະຢຸດ ຈັນໂອຊາ ແລະ ພັນລະຍາໄດ້ຕ້ອນຮັບຄະນະຢູ່ສະໜາມບິນ, ປະເທດເຈົ້າພາບໄດ້ຍິງປືນໃຫຍ່ 21 ລູກເພື່ອສະແດງຄວາມຊົມເຊີຍຕ້ອນຮັບຄະນະ.

ຕາມລາຍການແລ້ວ, ໃນເວລາແຕ່ວັນທີ 16 – 19 ພະຈິກ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ພັນລະຍາໄດ້ເຂົ້າຢ້ຽມຂ່ຳນັບເຈົ້າຊີວິດໄທ ແລະ ພະລາຊິນີ; ໂອ້ລົມສົນທະນາກັບນາຍົກລັດຖະມົນຕີ ໄທ, ເປັນສັກຂີພິຍານພິທີລົງນາມແລກປ່ຽນເອກະສານບາງສະບັບກ່ຽວກັບການຮ່ວມມືລະຫວ່າງສອງປະເທດ. ທ່ານປະທານປະເທດ ກໍ່ພົບປະກັບການນຳຂອງ ໄທ; ຕ້ອນຮັບບາງອົງການມິດຕະພາບ ແລະ ຜູ້ຕາງໜ້າກຸ່ມບໍລິສັດ, ວິສາຫະກິດຂະໜາດໃຫຍ່ ຂອງໄທ. ໃນໂອກາດນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ຈະເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ໄທ ແລະ ບາງການເຄື່ອນໄຫວສົ່ງເສີມການຄ້າ, ການລົງທຶນລະຫວ່າງສອງປະເທດ.


top