ຂ່າວສານ

ທ່ານປະທານປະເທດ ຫງວຽນຊວນຟຸກ: ແຂວງ ເບັນແຈ ຄວນສູ້ຊົນກາຍເປັນແຂວງພັດທະນາລະດັບດີຂອງທົ່ວປະເທດໃນປີ 2030

ທ່ານປະທານປະເທດ ຫວັງວ່າ ແຂວງເບັນແຈ ຈະກາຍເປັນແຂວງພັດທະນາໃນລະດັບດີຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃນປີ 2025 ແລະ ກາຍເປັນມີລະດັບພັດທະນາດີຂອງທົ່ວປະເທດໃນປີ 2030.

ທ່ານປະທານປະເທດ ຫວັງວ່າ ແຂວງເບັນແຈ ຈະກາຍເປັນແຂວງພັດທະນາໃນລະດັບດີຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃນປີ 2025 ແລະ ກາຍເປັນມີລະດັບພັດທະນາດີຂອງທົ່ວປະເທດໃນປີ 2030.

    

ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການເຮັດວຽກ

ໂດຍສືບຕໍ່ໂຄງການປະຕິບັດງານຢູ່ແຂວງ ເບັນແຈ, ຕອນບ່າຍວັນທີ 1 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານການເຮັດວຽກກັບຄະນະປະຈຳ ຄະນະພັກແຂວງ ເບັນແຈ. ນະທີ່ນີ້, ທ່ານປະທານປະເທດ ຫວັງວ່າ ແຂວງເບັນແຈ ຈະກາຍເປັນແຂວງພັດທະນາໃນລະດັບດີຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃນປີ 2025 ແລະ ກາຍເປັນມີລະດັບພັດທະນາດີຂອງທົ່ວປະເທດໃນປີ 2030.

“ແຂວງຕ້ອງຊຸກຍູ້ນ້ຳໃຈວິລະຊົນ “ພ້ອມກັນລຸກຮື້ຂຶ້ນ”, ເຈດຈຳນົງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄາດຫວັງບືນຕົວຂຶ້ນຂອງປະຊາຊົນເບັນແຈ ໃນການພັດທະນາເສດຖະກິດ ແລະ ເສີມຂະຫຍາຍບັນດາຄຸນຄ່າທີ່ມູນເຊື້ອ, ວັດທະນະທຳຂອງປະຊາຊົນເບັນແຈ; ຕ້ອງຕິດພັນກັບປະຊາຊົນ, ມີຂະບວນການປະຕິວັດທີ່ລະອຽດ, ມີປະສິດທິຜົນກ່ວາ. ເບັນແຈຕ້ອງແມ່ນແຂວງພັດທະນາໃນລະດັບດີຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ບໍ່ປະໃຫ້ຕົກຢູ່ກຸ່ມທ້າຍ”

ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີໃຫ້ແຂວງປະຕິບັດມະຕິກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແບບຍືນຍົງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາຍຸດທະສາດອື່ນໆ, ຮັບປະກັນການພັດທະນາກົມກຽວລະຫວ່າງເສດຖະກິດສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ. ພັດທະນາບັນດາຂະແໜງເສດຖະກິດທະເລຢ່າງແຮງ; ເອົາໃຈໃສ່ພັດທະນາວັດທະນະທຳ - ສັງຄົມ, ຍົກສູງ ຄຸນນະພາບການສຶກສາ - ບຳລຸງສ້າງ, ອະນຸລັກຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອຂອງທ້ອງຖິ່ນ.

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 1 ກໍລະກົດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີເປີດສະຫຼອງໂຮງງານໄຟຟ້າແຮງລົມເລກທີ 5 ແທັ້ງຫາຍ, ໄລຍະ 1 ຢູ່ບ້ານແທັ້ງເທີ້ຍ ບີ, ຕາແສງ ແທັ້ງຫາຍ, ເມືອງ ແທັ້ງຝູ, ແຂວງ ເບັນແຈ; ຢ້ຽມຢາມຮູບແບບລ້ຽງກຸ້ງເຕັກໂນໂລຊີສູງຂອງບໍລິສັດລ້ຽງສັດຫຸ້ນສ່ວນ C.P ຫວຽດນາມ .

(ແຫຼ່ງຄັດຈາກ VOV)


top