ຂ່າວສານ

ທ່ານປະທານປະເທດ ຫງວຽນຊວນຟຸກ: ເບິ່ງແຍງກຳລັງສາທາລະນະສຸກຂັ້ນຮາກຖານໃຫ້ດີກ່ວາອີກ

ໂດຍປະຕິບັດໂຄງການຕິດຕາມກວດກາຂອງຄະນະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງ 2 ນະຄອນໂຮ່ຈີມິນ, ຂ້າພະເຈົ້າສະເໜີໃຫ້ທາງນະຄອນສືບຕໍ່ມີໂຄງການລະອຽດເພື່ອປັບປຸງຂະແໜງສາທາລະນະສຸກຂັ້ນຮາກຖານ
  ທ່ານປະທານປະເທດ ຫງວຽນຊວນຟຸກ ທີ່ການເຮັດວຽກ (ພາບ: Việt Dũng)  

ຕອນເຊົ້າວັນທີ 21 ມິຖຸນາ, ຢູ່ນະຄອນໂຮ່ຈີມິນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 2 ນະຄອນໂຮ່ຈີມິນ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ 1 ເພື່ອລາຍງານກ່ຽວກັບໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອ 3 ສະພາແຫ່ງຊາດຊຸດທີ XV. ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວນຟຸກ ໃຫ້ຮູ້ວ່າ:

“ໂດຍປະຕິບັດໂຄງການຕິດຕາມກວດກາຂອງຄະນະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງ 2 ນະຄອນໂຮ່ຈີມິນ, ຂ້າພະເຈົ້າສະເໜີໃຫ້ທາງນະຄອນສືບຕໍ່ມີໂຄງການລະອຽດເພື່ອປັບປຸງຂະແໜງສາທາລະນະສຸກຂັ້ນຮາກຖານ, ພິເສດແມ່ນຂົງເຂດນະໂຍບາຍໃຫ້ແກ່ພະນັກງານສາທາລະສຸກຂັ້ນຮາກຖານ, ບັນດາບ້ວງເງິນອຸດໜູນທີ່ຈຳເປັນໃນຂອບເຂດຂອງນະຄອນ. ນະຄອນຮັບຮູ້ ແລະ ຖ້າຈຳເປັນຈະຍື່ນສະເໜີຕໍ່ສະພາປະຊາຊົນຮັບຮອງເອົາບາງນະໂຍບາຍໃໝ່ໜູນຊ່ວຍເພື່ອໃຫ້ລະບົບສະຫວັດດີການຮັບໃຊ້ໃຫ້ແກ່ປະຊາຊົນຢູ່ຂັ້ນຮາກຖານແມ່ນບັນດາແພດໝໍໄດ້ຮັບຄວາມເອົາໃຈໃສ່ກ່ວາອີກ.”

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວນຟຸກ ສືບຕໍ່ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນໂຮ່ຈີມິນ.


top