ຂ່າວສານ

ທ່ານປະທານປະເທດ ຫງວຽນຊວນຟຸກ ເຂົ້າຮ່ວມພິທີລະນຶກວັນຄ້າຍວັນເກີດຂອງທ່ານເລຂາທິການໃຫຍ່ ເລຮົ່ງຟອງ ຄົບຮອບ 120 ປີ

ທ່ານ ເລຮົ່ງຟອງ ມີຊື່ແທ້ວ່າ ເລຮູຍຢ້ວານ, ເກີດປີ 1902 ຢູ່ໝູ່ບ້ານ ດົງທົນ, ປະຈຸບັນແມ່ນຕາແສງ ຮືງທົງ, ເມືອງ ຮືງງວຽນ, ແຂວງ ເງະອານ. ດ້ວຍບັນດາການປະກອບສ່ວນທີ່ໃຫຍ່ຫຼວງ ໃນການຟື້ນຟູ ແລະ ພັດທະນາຂະບວນການປະຕິວັດ ຫວຽດນາມ ແລະ ອິນດູຈີນ.

ທ່ານ ເລຮົ່ງຟອງ ມີຊື່ແທ້ວ່າ ເລຮູຍຢ້ວານ, ເກີດປີ 1902 ຢູ່ໝູ່ບ້ານ ດົງທົນ, ປະຈຸບັນແມ່ນຕາແສງ ຮືງທົງ, ເມືອງ ຮືງງວຽນ, ແຂວງ ເງະອານ. ດ້ວຍບັນດາການປະກອບສ່ວນທີ່ໃຫຍ່ຫຼວງ ໃນການຟື້ນຟູ ແລະ ພັດທະນາຂະບວນການປະຕິວັດ ຫວຽດນາມ ແລະ ອິນດູຈີນ.

   

ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນ ຖະຫວາຍທູບທຽນ ຢູ່ເຂດອະນຸສອນສະຖານທ່ານເລຂາທິການໃຫຍ່ ເລຮົ່ງຟອງ 

ຕອນເຊົ້າວັນທີ 6 ກັນຍາ, ຢູ່ເຂດອະນຸສອນສະຖານທ່ານເລຂາທິການໃຫຍ່ ເລຮົ່ງຟອງ, ແຂວງ ເງະອານ ໄດ້ຈັດພິທີລະນຶກວັນຄ້າຍວັນເກີດຂອງເພີ່ນຄົບຮອບ 120 ປີ (1902 – 2022). ເຂົ້າຮ່ວມພິທີມີທ່ານປະທານປະເທດ ຫງວຽນຊວນຟຸກ. ທ່ານ ເລຮົ່ງຟອງ ມີຊື່ແທ້ວ່າ ເລຮູຍຢ້ວານ, ເກີດປີ 1902 ຢູ່ໝູ່ບ້ານ ດົງທົນ, ປະຈຸບັນແມ່ນຕາແສງ ຮືງທົງ, ເມືອງ ຮືງງວຽນ, ແຂວງ ເງະອານ. ດ້ວຍບັນດາການປະກອບສ່ວນທີ່ໃຫຍ່ຫຼວງ ໃນການຟື້ນຟູ ແລະ ພັດທະນາຂະບວນການປະຕິວັດ ຫວຽດນາມ ແລະ ອິນດູຈີນ, ເດືອນ ມີນາ 1935, ທ່ານ ເລຮົ່ງຟອງ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ອິນດູຈີນ ແລະ ໄດ້ຊີ້ນຳຂະບວນການປະຕິວັດ ໄຊ່ງ່ອນ - ເຈີ້ນເລີ໊ນ, ພາໄປເຖິງຍອດສູງຂອງການຕໍ່ສູ້ປະຕິວັດປາຊາທິປະໄຕ 1936 – 1939.

ແລະ ກໍ່ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນ ໄດ້ຢ້ຽມຢາມເຂດປູຊະນີຍະສະຖານລະດັບຊາດພິເສດ ກິມລຽນ, ນາມດ່ານ (ແຂວງ ເງະອານ), ຖະຫວາຍດອກໄມ້, ທູບທຽນອາໄລຫາປະທານ ໂຮ່ຈີມິນ; ຖະຫວາຍດອກໄມ້, ທູບທຽນອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ເຂດ ປູຊະນີຍະສະຖານແຫ່ງຊາດ 3 ແຍກດົ່ງລົກ.

(ແຫຼ່ງຄັດຈາກ VOV)


top