ຂ່າວສານ

ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີ WB ໜູນຊ່ວຍສ້າງບົດລາຍງານ ຫວຽດນາມ ປີ 2045

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ກໍ່ໄດ້ສະເໜີໃຫ້ WB ສືບຕໍ່ໜູນຊ່ວຍ ຫວຽດນາມ ສ້າງບົດລາຍງານ ຫວຽດນາມ ປີ 2045 ດ້ວຍວິໄສທັດພັດທະນາໄລຍະຍາວ, ໂດຍສະເພາະແມ່ນໃນສະພາບການໂລກ ແລະ ພາກພື້ນມີການປ່ຽນແປງ
  ທ່ານ Axel Van Trotsenburg ແລະ ທ່ານ ຫງວຽນຊວນຟຸກ (ພາບ: Vũ Dũng/ VOV)  

ຕອນເຊົ້າວັນທີ 19 ກໍລະກົດ, ທີ່ສຳນັກງານລັດຖະບານ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Axel Van Trotsenburg, ຜູ້ອຳນວຍການບໍລິຫານທະນາຄານໂລກ (WB). ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ກໍ່ໄດ້ສະເໜີໃຫ້ WB ສືບຕໍ່ໜູນຊ່ວຍ ຫວຽດນາມ ສ້າງບົດລາຍງານ ຫວຽດນາມ ປີ 2045 ດ້ວຍວິໄສທັດພັດທະນາໄລຍະຍາວ, ໂດຍສະເພາະແມ່ນໃນສະພາບການໂລກ ແລະ ພາກພື້ນມີການປ່ຽນແປງ, ການກະທົບຂອງໂຄວິດ - 19 ກໍ່ຄືບັນດາເປົ້າໝາຍພັດທະນາຂອງ ຫວຽດນາມ ຮອດປີ 2030 ແລະ ວິໄສທັດ 2045; ພ້ອມກັບ 3 ຂອດບຸກທະລຸສຳຄັນຂອງ ຫວຽດນາມ ໃນການພັດທະນາພື້ນຖານໂຄງລ່າງ, ແຫຼ່ງຊັບພະຍາກອນມະນຸດ, ລະບອບລະບຽບການຊ່ວຍໃຫ້ ຫວຽດນາມ ພັດທະນາໃນໄລຍະຈະມາເຖິງ. ຫວຽດນາມ ປາດຖະໜາວ່າ WB ຈະໜູນຊ່ວຍຮັບມືກັບສິ່ງທ້າທາຍພວມນາບຂູ່ເຖິງການທຳມາຫາກິນລ້ຽງຊີບ ຂອງປະຊາຊົນ ຫວຽດນາມ ຫຼາຍລ້ານຄົນ; ໜູນຊ່ວຍດ້ານເຕັກນິກ ແລະ ລົງທຶນໃນຂົງເຂດພະລັງງານຜະລິດຄືນໃໝ່ເພື່ອພັດທະນາພື້ນຖານເສດຖະກິດປອດກາກບອນ, ຍ້ອນວ່ານີ້ກໍ່ແມ່ນທ່າແຮງສະເພາະຂອງ ຫວຽດນາມ.

ທ່ານ Axel Van Trotsenburg, ຜູ້ອຳນວຍການໃຫຍ່ WB ຢັ້ງຢືນວ່າ: WB ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ສ້າງບົດລາຍງານ ຫວຽດນາມ  2045 ແລະ ຈະມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊອກຫາແຫຼ່ງກຳລັງທີ່ຈຳເປັນເພື່ອປະຕິບັດການຄົ້ນຄ້ວານີ້ ແລະ ຮ່ວມເດີນທາງກັບ ຫວຽດນາມ ຜັນຂະຫຍາຍບັນດາຂອດບຸກທະລຸ ກ່ຽວກັບພື້ນຖານໂຄງລ່າງ, ລະບອບ, ລະບຽບການ ແລະ ແຫຼ່ງຊັບພະຍາກອນມະນຸດ.


top