ຂ່າວສານ

ທ່ານປະທານປະເທດ ຫງວຽນຊວນຟຸກ ມອບຂອງຂວັນໃຫ້ຄົນທຸກຍາກທີ່ລາຍການ “ບຸນເຕັດແຫ່ງຄວາມເມດຕາປານີ” ຢູ່ແຂວງ ກຽນຢາງ

ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຕີລາຄາສູງລາຍການ “ບຸນເຕັດແຫ່ງຄວາມເມດຕາປານີ” ສຳລັບຄົນທຸກຍາກໄດ້ຜັນຂະຫຍາຍຢູ່ທົ່ວທຸກແຫ່ງ ດ້ວຍການເຄື່ອນໄຫວແທດຈິງຮັບໃຊ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ.
  ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມອບຂອງຂວັນໃຫ້ເດັກນ້ອຍ, ຊາວປະມົງ, ຄອບຄົວທຸກຍາກ, ປະສົບກັບຄວາມຫຍຸ້ງຍາກ  

ຕອນເຊົ້າວັນທີ 10 ມັງກອນ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມງານຕະຫຼາດນັດ ບຸນເຕັດແຫ່ງຄວາມເມດຕາປານີ ຮັບໃຊ້ຜູ້ທຸກຍາກ;ເຂົ້າຮ່ວມລາຍການ “ບຸນເຕັດແຫ່ງຄວາມເມດຕາປານີ”; ມອບເຮືອນສາຍຈິດມິດໃຈ, ມອບຂອງຂວັນໃຫ້ເດັກນ້ອຍ, ຊາວປະມົງ, ຄອບຄົວທຸກຍາກ, ປະສົບກັບຄວາມຫຍຸ້ງຍາກ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ເມືອງ ຮ່ອນເດີດ, ແຂວງ ກຽນຢາງ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຕີລາຄາສູງລາຍການ “ບຸນເຕັດແຫ່ງຄວາມເມດຕາປານີ” ສຳລັບຄົນທຸກຍາກໄດ້ຜັນຂະຫຍາຍຢູ່ທົ່ວທຸກແຫ່ງ ດ້ວຍການເຄື່ອນໄຫວແທດຈິງຮັບໃຊ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ. ທ່ານປະທານປະເທດ ສະເໜີໃຫ້ອຳນາດການປົກຄອງທຸກຂັ້ນຢູ່ແຂວງ ກຽນຢາງ ແລະ ເມືອງ ຮອນເດີດ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂດີກ່ວາອີກເພື່ອແນໃສ່ຊ່ວຍກຳມະກອນ, ຜູ້ອອກແຮງງານ, ບັນດາເປົ້າໝາຍນະໂຍບາຍ ໃນບໍລິເວນເພື່ອໃຫ້ “ທຸກຄົນ, ທຸກຄອບຄົວ ລ້ວນແຕ່ໄດ້ຕ້ອນຮັບບຸນເຕັດ”; ປະກອບສ່ວນເສີມສ້າງມູນເຊື້ອທີ່ສະຫງ່າລາສີຂອງບ້ານເກີດເມືອງນອນແຫ່ງສີວິໄລ.

ເນື່ອງໃນໂອກາດໄປຢ້ຽມຢາມເມືອງຮ່ອນເດີດ, ທ່ານປະທານປະເທດ ໄດ້ໄປຖະຫວາຍທູບທຽນຢູ່ສຸສານນັກວິລະຊົນກຳລັງປະກອບອາວຸດປະຊາຊົນ ຟານທິຢ່າງ, ຕາແສງ ໂຖເຊີນ.


top