ຂ່າວສານ

ທ່ານປະທານປະເທດ ຫງວຽນຊວນຝຸກ ເຮັດວຽກກັບລະຫວ່າງຂະແຫນງວຽກງານພາຍໃນກ່ຽວກັບການປະຕິບັດຄຳຕັດສິນຂອງສານ

      ທ່ານປະທານປະເທດ ຫງວຽນຊວນຝຸກ ສະເຫນີ ບັນດາອົງການສືບຕໍ່ເສນາທິການ, ຍື່ນສະເຫນີປະທານປະເທດ ພິຈາລະນາໃບຮ້ອງຂໍອະໄພຍະໂທດປະຫານຊີວິດ ທັງຮັບປະກັນລັກສະນະເຂັ້ມງວດຂອງກົດໝາຍ, ຖືກກັບຄວາມຮັບຜິດຊອບ ແລະ ສິດອຳນາດຂອງປະທານປະເທດ 
ທ່ານປະທານປະເທດ ຫງວຽນຊວນຝຸກ ກ່າວຄຳເຫັນທີ່ການເຮັດວຽກ. (ພາບ:TTXVN)
      ຕອນບ່າຍວັນທີ 14 ກັນຍາ, ທ່ານປະທານປະເທດ ຫງວຽນຊວນຝຸກ ໄດ້ມີການເຮັດວຽກກັບການນຳ ສານປະຊາຊົນສູງສຸດ, ຫ້ອງວ່າການປະທານປະເທດ, ຄະນະວຽກງານພາຍໃນສູນກາງ, ໄອຍະການປະຊາຊົນສູງສຸດ, ກະຊວງຕຳຫລວດ ແລະ ກຳມາທິການຍຸຕິທຳຂອງສະພາແຫ່ງຊາດ ກ່ຽວກັບການຜັນຂະຫຍາຍແຜນການຂອງລະຫວ່າງຂະແຫນງສູນກາງກ່ຽວກັບການແກ້ໄຂສຳເນົາເອກະສານຕັດສິນລົງໂທດປະຫານຊີວິດຕາມການກຳນົດຂອງກົດໝາຍ. ກ່າວຄຳເຫັນນະທີ່ນີ້ ທ່ານປະທານປະເທດເນັ້ນຫນັກ ສຳເນົາເອກະສານຕັດສິນລົງໂທດປະຫານຊີວິດ ແມ່ນບັນຫາຊື່ງປະຊາຊົນ ແລະ ສະພາແຫ່ງຊາດມີຄວາມສົນໃຈທີ່ສຸດ.
      ສະນັ້ນ ສານປະຊາຊົນສູງສຸດ, ໄອຍະການປະຊາຊົນສູງສຸດ, ກະຊວງຕຳຫລວດ ແລະ ຫ້ອງວ່າການປະທານປະເທດ ສືບຕໍ່ສົມທົບກັນປະຕິບັດແຜນການຂອງລະຫວ່າງຂະແຫນງສູນກາງຢ່າງມີປະສິດທິຜົນ ເພີ່ມທະວີການສົມທົບຢ່າງແຫນ້ນແຟ້ນກວ່າອີກໃນວິວັດການສຳຫລວດກວດກາບັນດາສຳເນົາເອກະສານ, ບໍ່ປະໃຫ້ເກີດຄວາມຜິດພາດໃນວິວັດການປະຕິບັດຄຳຕັດສິນຂອງສານ.
       ທ່ານປະທານປະເທດ ຫງວຽນຊວນຝຸກ ສະເຫນີ ບັນດາອົງການສືບຕໍ່ເສນາທິການ, ຍື່ນສະເຫນີປະທານປະເທດ ພິຈາລະນາໃບຮ້ອງຂໍອະໄພຍະໂທດປະຫານຊີວິດ ທັງຮັບປະກັນລັກສະນະເຂັ້ມງວດຂອງກົດໝາຍ, ຖືກກັບຄວາມຮັບຜິດຊອບ ແລະ ສິດອຳນາດຂອງປະທານປະເທດ ຕາມການກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ ພ້ອມທັງສະແດງໃຫ້ເຫັນລັກສະນະວັດທະນະທຳມະນຸດ ແລະ ມູນເຊື້ອສິດທິມະນຸດຂອງຊາດ.
(ແຫຼ່ງຄັດຈາກ VOV)


top