ຂ່າວສານ

ທ່ານປະທານປະເທດ: ປະຫວັດສາດກວ່າ 2.000 ປີ ຂອງພຸດທະສາສະໜາ ຫວຽດນາມ ແມ່ນປະຫວັດສາດຂອງພຸດທະສາສະນິກກະຊົນ ຜູ້ຮັກຊາດ

      ປະຫວັດສາດ ຫວຽດນາມ ຍາມໃດກໍຈົດຈຳການປະກອບສ່ວນຢ່າງໃຫຍ່ຫຼວງຂອງສາສະໜາພຸດ ທີ່ມີຕໍ່ປະເທດຊາດ, ໃນນັ້ນ ມີພາລະກິດແຫ່ງການປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ, ກໍຄືໃນໄລຍະແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດໃນວັນນີ້. ພຸດທະສາສະໜາ ຍາມໃດກໍແມ່ນສະມາຊິກທີ່ໜ້າໄວ້ເນື້ອເຊື່ອໃຈ, ມີການປະກອບສ່ວນສຳຄັນເຂົ້າໃນການສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. 
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກເຂົ້າຮ່ວມ ພິທີສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມພຸດທະສາສະໜາ ຫວຽດນາມ
ຄົບຮອບ
40  ປີ (ພາບ: VOV)
      ຕອນເຊົ້າວັນທີ 7 ພະຈິກ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ພິທີສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມພຸດທະສາສະໜາ ຫວຽດນາມ ຄົບຮອບ 40  ປີ (07/11/1981 – 07/11/2021). ດ້ວຍຫົວຂໍ້ “ພຸດທະສາສະໜາ ຫວຽດນາມ  - 40 ປີ ແຫ່ງການເຊື່ອມໂຍງ ແລະ ພັດທະນາພ້ອມກັບປະເທດຊາດ”, ພິທີດັ່ງກ່າວຖືກຈັດຂຶ້ນຕາມຮູບການທາງໄກ ຈາກ ຮ່າໂນ້ຍ ແລະ ເຊື່ອມຕໍ່ກັບ 63 ແຂວງ, ນະຄອນໃນທົ່ວປະເທດ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກໍໄດ້ສົ່ງກະຕາດອກໄມ້ມາອວຍພອນ.
        ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ປະຫວັດສາດ ຫວຽດນາມ ຍາມໃດກໍຈົດຈຳການປະກອບສ່ວນຢ່າງໃຫຍ່ຫຼວງຂອງສາສະໜາພຸດ ທີ່ມີຕໍ່ປະເທດຊາດ, ໃນນັ້ນ ມີພາລະກິດແຫ່ງການປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ, ກໍຄືໃນໄລຍະແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດໃນວັນນີ້. ພຸດທະສາສະໜາ ຍາມໃດກໍແມ່ນສະມາຊິກທີ່ໜ້າໄວ້ເນື້ອເຊື່ອໃຈ, ມີການປະກອບສ່ວນສຳຄັນເຂົ້າໃນການສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານກ່າວວ່າ:
       ອາດເວົ້າໄດ້ວ່າ ໃນປະຫວັດສາດກວ່າ 2.000 ປີ ຂອງພຸດທະສາສະໜາ ຫວຽດນາມ ແມ່ນປະຫວັດສາດຂອງພຸດທະສາສະນິກກະຊົນຜູ້ຮັກຊາດ. ໂດຍສືບທອດມູນເຊື້ອຂອງພຸດທະສາສະໜາຮັກຊາດ ຈົນຮອດສະໄໝຂອງປະທານ ໂຮ່ຈີມິນ ໃນປັດຈຸບັນ, ບໍ່ວ່າຈະຢູ່ໃນສະໄໝຕໍ່ສູ້ປົກປັກຮັກສາປະເທດຊາດ ຫຼື ສະໄໝສັນຕິພາບ, ພັດທະນາປະເທດຊາດ, ພຸດທະສາສະໜາ ຫວຽດນາມ ກໍຕິດພັນກັບປະຫວັດສາດຂອງຊາດ ແລະ ລ້ວນແຕ່ມີຫຼາຍແບບຢ່າງທີ່ພົ້ນເດັ່ນໃນການກູ້ຊາດ, ປົກປັກຮັກສາປະເທດຊາດ ແລະ ສ້າງຄວາມຢູ່ເຢັນເປັນສຸກມາໃຫ້ປະຊາຊົນ”. 
(ແຫຼ່ງຄັດຈາກ VOV)


top