ຂ່າວສານ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຊຸກ​ຍູ້​ການ​ຜະ​ລິດ, ​ຈຳ​ໜ່າຍ​ຢູ່​ພາຍ​ໃນ​ປະ​ເທດ ແລະ ເປີດກວ້າງ​ຕະຫຼາດ​ສົ່ງ​ອອກ​ໃນ​ປີ 2023

ຕອນເຊົ້າວັນທີ 3 ກຸມພາ, ຢູ່ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມຊຸກຍູ້ການຜະລິດ, ຈຳໜ່າຍພາຍໃນປະເທດ ແລະ ເປີດກວ້າງຕະຫຼາດສົ່ງອອກໃນປີ 2023.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)  

ລາຍງານທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໃຫ້ຮູ້ວ່າ ປີ 2022 ແມ່ນປີປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ ດ້ວຍການຜັນແປທີ່ສັບສົນ ແລະ ໄວວາຂອງພື້ນຖານເສດຖະກິດໂລກ. ເຖິງຢ່າງໃດກໍ່ຕາມ, ດ້ວຍຄວາມມານະພະຍາຍາມຂອງທົ່ວລະບົບກາເມືອງ, ພື້ນຖານເສດຖະກິດພາຍໃນປະເທດໄດ້ຮັບການຟື້ນຟູຢ່າງແຮງ, ບັນລຸໄດ້ຜົນງານສຳຄັນ ແລະ ຕັ້ງໜ້າຫຼາຍຢ່າງ: GDP ຂອງ ຫວຽດນາມ ເຕີບໂຕສູງທີ່ສຸດໃນ 12 ປີຜ່ານມາ, ເສດຖະກິດມະຫາພາກໄດ້ຮັບການຮັກສາເປັນປົກກະຕິ, ຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດໄດ້ຮັບປະກັນ, ໄພເງິນເຟີ້ໄດ້ຮັບການຄວບຄຸມ.

ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ບັນດາຜູ້ແທນສຸມໃສ່ປຶກສາຫາລືກ່ຽວກັບການພັດທະນາ ແລະ ຜັນຂະຫຍາຍຕະຫຼາດພາຍໃນປະເທດຢ່າງມີປະສິດທິຜົນ, ເພີ່ມທະວີການສົ່ງເສີມດ້ານການຄ້າ, ເຊື່ອມຕໍ່ການສະໜອງ - ຄວາມຕ້ອງການ, ເປີດກວ້າງຕະຫຼາດສົ່ງອອກ, ຫັນຕະຫຼາດ, ຜະລິດຕະພັນ, ລະບົບສະໜອງເປັນຫຼາຍຮູບແບບ; ຂຸດຄົ້ນສັນຍາການຄ້າເສລີ (FTA)ຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າຍູ້ແຮງການສົ່ງອອກໄປຍັງຕະຫຼາດໃຫຍ່, ຍູ້ແຮງການຜະລິດ, ດຳເນີນທຸລະກິດ, ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ, ສຸມໃສ່ການວາງແຜນກຳນົດຂະແໜງການ.


top