ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປກວດກາສະຖານທີ່ກໍ່ສ້າງໂຄງການເສັ້ນທາງລົດໄຟຕົວເມືອງເລກ 3 ໂຫຍນ - ສະຖານນີລົດໄຟ ຮ່າໂນ້ຍ ແລະ ເຮັດວຽກກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການກ່ຽວຂ້ອງເພື່ອຊຸກຍູ້ໂຄງການນີ້ ແລະ ບັນດາໂຄງການເສັ້ນທາງລົດໄຟຕົວເມືອງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງອວຍພອນບຸນເຕັດ ບັນດາຫົວໜ່ວຍກໍ່ສ້າງເສັ້ນທາງລົດໄຟເລກ 3 ໂຫຍນ - ສະຖານນີລົດໄຟ ຮ່າໂນ້ຍ (ພາບ: TTXVN)
ຕອນເຊົ້າວັນທີ 22 ກຸມພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປກວດກາສະຖານທີ່ກໍ່ສ້າງໂຄງການເສັ້ນທາງລົດໄຟຕົວເມືອງເລກ 3 ໂຫຍນ - ສະຖານນີລົດໄຟ ຮ່າໂນ້ຍ ແລະ ເຮັດວຽກກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການກ່ຽວຂ້ອງເພື່ອຊຸກຍູ້ໂຄງການນີ້ ແລະ ບັນດາໂຄງການເສັ້ນທາງລົດໄຟຕົວເມືອງ.
ຢູ່ສະນານີລົດໄຟອຸມົງ S9 - ກິມມ້າ, S11 - ວັນມຽວ ແລະ ສະຖານນີ S12 - ເຈິ່ນຮຶງດ້າວ, ທ່ານນາຍົກລັດຖະມົນຕີ ໄດ້ລົງກວດກາໂດຍກົງສະພາບການກໍ່ສ້າງ, ຮັບຟັງບົດລາຍງານ, ບັນດາລາຍການພວມປະຕິບັດ ແລະ ແຜນການຜັນຂະຫຍາຍໃນໄລຍະຈະມາເຖິງ; ຢຶ້ຢາມຖາມຂ່າວ, ອວຍພອນບຸນເຕັດ ແລະ ມອບຂອງຂວັນລະດົມຖັນແຖວພະນັກງານ, ນັກເຕັກນິກ, ນັກຊ່ຽວຊານ ແລະ ກຳມະກອນເຮັດວຽດໝົດບຸນເຕັດ ໃນສະຖານທີ່ກໍ່ສ້າງ, ສຳຫຼວດສະຖານທີ່ຕົວຈິງໃນອຸມົງກໍ່ສ້າງ… ໃນສະຖານທີ່ກໍ່ສ້າງ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຕ້ອງປ່ຽນແປງຈິນຕະນາການ, ວິທີການ ກໍ່ຄືການສຳຜັດເພື່ອຍູ້ໄວຄວາມຄືບໜ້າ, ຄຸນນະພາບໂຄງການກໍ່ສ້າງເສັ້ນທາງລົດໄຟຕົວເມືອງ ຮ່າໂນ້ຍ ຕອນໂຍນ - ສະຖານີລົດໄຟ ຮ່າໂນ້ຍ
ຫຼັງຈາກນັ້ນ, ທີ່ການເຮັດວຽກກັບກະຊວງ, ຂະແໜງການ, ອົງການສູນກາງ, ນະຄອນຮ່າໂນ້ຍ, ນັກລົງທຶນ, ຜູ້ຮັບເໝົາການອອກແບບ, ຫົວໜ່ວຍກໍ່ສ້າງ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ເພື່ອບັນລຸໄດ້ເປົ້າໝາຍ 2045 ຮ່າໂນ້ຍ ມີເສັ້ນທາງລົດໄຟໃນຕົວເມືອງກວ່າ 600 ກີໂລແມັດ, ຄວາມໄວຈັດຕັ້ງປະຕິບັດໃນຊຸມປີຈະມາເຖິງຕ້ອງເພີ່ມຂຶ້ນນັບສິບເທົ່າໃນຊຸມປີຜ່ານມາ.