ຂ່າວສານ

ທ່ານນານຍົກລັດຖະມົນຕີ ຫງວຽນຊວນຟຸກ ໂອ້ລົມກັບພະນັກງານການນຳເມືອງ ເກ້ວເຊີນ ຜ່ານໄລຍະຕ່າງໆ

ຕອນບ່າຍວັນທີ 11 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມກັບພະນັກງານການນຳເມືອງ ເກ້ວເຊີນ ແຂວງ ກວາງນາມ ຜ່ານໄລຍະຕ່າງໆ ເນື່ອງໃນໂອກາດລະດູບານໃໝ່ປີຈໍ 2018.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ທີ່ການໂອ້ລົມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງການນຳໃນທຸກຂັ້ນແຂວງ ກວາງນາມ, ເມືອງ ເກ້ວເຊີນ ຕ້ອງໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງຂອງທ້ອງຖິ່ນໃນການຊີ້ນຳ ບໍລິຫານ. ທ່ານນາຍົກລັດຖະມົນຕີຮັບຮູ້ການປະກອບສ່ວນຂອງການນຳເມືອງ ເກ້ວເຊີນ ໂດຍຜ່ານໄລຍະຕ່າງໆ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍ້ອງຍໍຊົມເຊີຍອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນເມືອງ ເກ້ວເຊີນ, ແມ່ນທ້ອງຖິ່ນເຂດພູພຽງ, ພູດອຍທີ່ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ແຕ່ດ້ວຍຈິດໃຈຜ່ານຜ່າຄວາມທຸກຍາກ, ຂະຫຍັນຂັນເຄື່ອນ, ທ້ອງຖິ່ນສາມາດປະຕິບັດບັນດາຕົວເລກຄາດໝາຍເສດຖະກິດ, ສັງຄົມທີ່ໄດ້ວາງອອກຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

top