ຂ່າວສານ

ທ່ານນາຍົກລັດຖະມົນຕົນຕີ ຟ້າມມິງຈິງ ປຸກລະດົມໂຄງການ “ຄື້ນ ແລະ ຄອມພິວເຕີ ໃຫ້ນ້ອງ”

      ຕອນຄ່ຳວັນທີ 12 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງໄດ້ເປັນປະທານພິທີປຸກລະດົມໂຄງການ “ຄື້ນ ແລະ ຄອມພິວເຕີໃຫ້ນ້ອງ”. ພິທີປຸກລະດົມໄດ້ຈັດຕັ້ງແບບທາງໄກ ລະຫວ່າງສະຖານທີ່ຖ່າຍທອດສົດແມ່ນສຳນັກງານລັດຖະບານ ກັບສະຖານທີ່ເຊື່ອມຕໍ່ 63 ແຂວງ/ນະຄອນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ
      ໂຄງການ “ຄື້ນ ແລະ ຄອມພິວເຕີໃຫ້ນ້ອງ” ໄດ້ວາງເປົ້າໝາຍຮັບປະກັນການ ກະຈາຍຄື້ນເຄື່ອນທີ່ໄປເຖິງ 283 ສະຖານທີ່ທີ່ຍັງບໍ່ທັນເຊື່ອມຕໍ່ເຄື່ອຂ່າຍອິນເຕີແນັດເຄື່ອນທີ່ຢູ່ບັນດາທ້ອງຖິ່ນພວມປະຕິບັດການແຍກຫ່າງສັງຄົມ ຕາມມະຕິເລກທີ 16 ແລະ ປະຕິບັດການຮ່ຳຮຽນທາງໄກ, ກະຈາຍຄື້ນ ທັງໝົດ 1.910 ສະຖານທີ່ທີ່ຍັງບໍ່ທັນເຊື່ອມຕໍ່ເຄື່ອຂ່າຍອິນເຕີແນັດເຄື່ອນທີ່ໃນທົ່ວປະເທດ. ໃນປີ 2021, ລະດົມຄອບພິວເຕີ 1 ລ້ານຊຸດ ໃຫ້ແກ່ນັກຮຽນ, ນັກສຶກສາທີ່ແມ່ນຄອບຄົວທຸກຍາກ, ຄອບຄົວໃກ້ທຸກຍາກໃນທົ່ວໂລກ, ໃນສະເພາະໜ້າແມ່ນບຸລິມະສິດໃຫ້ແກ່ບັນດາທ້ອງຖິ່ນພວມປະຕິບັດການແຍກຫ່າງສັງຄົມ ຕາມຄຳສັ່ງເລກທີ 16 ແລະ ປະຕິບັດການຮ່ຳຮຽນແບບທາງໄກ.
      ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງລັດຖະບານໃນປັດຈຸບັນ ແມ່ນນຳຊີວິດການເປັນຢູ່ກັບຄືນສູ່ສະພາບການທີ່ເປັນປົກກະຕິຕາມວິທີການຮັບມືກັບໂລກລະບາດໂຄວິດ - 19 ຢ່າງປອດໄພ, ໃນນັ້ນມີການເປີດໂຮງຮຽນຢ່າງປອດໄພ. ທ່ານກ່າວວ່າ:
      ພັກ ແລະ ລັດເຂົ້າໃຈຢ່າງຈະແຈ້ງ ແລະ ແບ່ງປັນກັບບັນດາຄອບຄົວ, ບັນດານ້ອງນ້ອຍທີ່ພວມປະເຊີນໜ້າກັບບັນດາຄວາມຫຍຸ້ງຍາກ ເພື່ອຮັບມືກັບ ການຮ່ຳຮຽນໃນເງື່ອນໄຂໂລກລະບາດ. ໃນຈຸດເວລາປັດຈຸບັນ, ຢູ່ຫຼາຍທ້ອງຖິ່ນ ການປະຕິບັດການແຍກຫ່າງສັງຄົມ ແລະ ເພີ່ມທະວີການແຍກຫ່າງໃນສັງຄົມ ໃນໄລຍະຍາວພໍສົມຄວນ, ເພາະສະນັ້ນ ການດຳລົງຊີວິດ ແລະ ທາງດ້ານຈິດໃຈຂອງປະຊາຊົນຖືກຜົນສະທ້ອນຢ່າງໜັກໜ່ວງ. ລັດຖະບານ ພວມສ້າງບັນດາມາດຕະການໃນສະເພາະໜ້າ ແລະ ຍາວນານເພື່ອຮັບມືຢ່າງປອດໄພກັບໂລກລະບາດ, ປະຕິບັດເປົ້າໝາຍເປີດໂຮງຮຽນຄືນໃໝ່ຢ່າງປອດໄພ.
      ທີ່ພິທີປຸກລະດົມ, ບັນດາກະຊວງ, ຂະແໜງການຕ່າງໆຄື: ຖະແຫຼງຂ່າວ ແລະ ການສື່ສານ, ການສຶກສາ ແລະ ບຳລຸງສ້າງ, ທະນາຄານ, ຄະນະກຳມະການຄວບຄຸມທຶນແຫ່ງລັດ ຢູ່ວິສາຫະກິດ, ບັນດາແຂວງ, ນະຄອນ, ບັນດາວິສາຫະກິດ, ອົງການຈັດຕັ້ງສາກົນສະໜັບສະໜູນຄອມພິວເຕີກ່ວາ 1 ລ້ານຊຸດ ເພື່ອຕອບສະໜອງໂຄງການ “ຄື້ນ ແລະ ຄອມພິວເຕີໃຫ້ນ້ອງ”
(ແຫຼ່ງຄັດຈາກ VOV)

top